ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ທ່ານນາງ ໃຫ້ຂໍ້ສັງເກດແນວໃດກ່ຽວກັບການສຶກສາວິຊາອາຊີບຢູ່ຫວຽດນາມ?

ທ່ານນາງ Marjaana Sall: ກ່ອນອື່ນໝົດ, ຫວຽດນາມ ມີຈຳນວນປະຊາກອນໜຸ່ມ ແລະໝາຍຄວາມວ່າພວກເພື່ອນຕ້ອງການມີທັກສະທີ່ຈຳເປັນໃຫ້ວຽກງານໃນອະນາຄົດ ແລະເພື່ອປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດຂອງຫວຽດນາມ. ປະຈຸບັນ, ເຕັກໂນໂລຢີພວມມີການປ່ຽນແປງຢ່າງວ່ອງໄວ, ພວກເຮົາ ພວມເວົ້າເຖິງເສດຖະກິດສີຂຽວ, ເສດຖະກິດດີຈີຕອນ.

ສິ່ງນີ້ຈະຮຽກຮ້ອງໃຫ້ມີຫຼາຍທັກສະອາຊີບໃໝ່. ເມື່ອມາ ຫວຽດນາມ, ຊອກຮູ້ກ່ຽວກັບລະບົບການສຶກສາວິຊາອາຊີບ, ຕາມຂ້າພະເຈົ້າແລ້ວ, ພວກເພື່ອນສາມາດສືບຕໍ່ຍົກລະດັບລະບົບການສຶກສາວິຊາອາຊີບ, ແລະດຶງດູດນັກຮຽນມາຮຽນນັບມື້ນັບຫຼາຍກວ່າ, ພ້ອມທັງເຮັດແນວໃດ ເພື່ອໃຫ້ເຂົາເຈົ້າເຂົ້າໃຈໄດ້ວ່າລັດຖະບານຫວຽດນາມ ພວມມານະຄວາມພະຍາຍາມທີ່ສຸດ ເພື່ອປະຕິບັດໂຄງການປະຕິຮູບການສຶກສາວິຊາອາຊີບ.

leftcenterrightdel
ທ່ານນາງ Marjaana Sall, ທູດສຶກສາຂອງກະຊວງການຕ່າງປະເທດແຟງລັງ. ພາບ: vov.vn

ຂ້າພະເຈົ້າ ສາມາດເຫັນໄດ້ຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຫຼາຍຢ່າງຂອງຫວຽດນາມ. ດ້ວຍຈຳນວນປະຊາກອນໜຸ່ມ, ກຳລັງແຮງງານໃນອາຍຸການເຮັດວຽກເປັນຈຳນວນຫຼວງຫຼາຍ, ສົມທົບກັບບັນດານະໂຍບາຍດຶງດູດທີ່ລັດຖະບານໄດ້ຍົກອອກ, ນີ້ຈະແມ່ນກາລະໂອກາດດີເພື່ອໃຫ້ຫວຽດນາມ ກໍ່ສ້າງກຳລັງແຮງງານທີ່ມີຄຸນນະພາບສູງໃນອະນາຄົດ.

ນັກຂ່າວ: ແຟງລັງ ແມ່ນໜຶ່ງໃນບັນດາປະເທດແຖວໜ້າໂລກກ່ຽວກັບການສຶກສາເວົ້າລວມ ແລະການສຶກສາວິຊາອາຊີບເວົ້າສະເພາະ. ສະນັ້ນຕາມທ່ານນາງແລ້ວ, ຮູບແບບທີ່ດີ ຫຼື ບົດຮຽນໃດຂອງ ແຟງລັງ ທີ່ສາມາດນຳໃຊ້ຢູ່ຫວຽດນາມ ໄດ້?

ທ່ານນາງ Marjaana Sall: ຢູ່ ແຟງລັງ, ພວກຂ້າພະເຈົ້າ ໄດ້ດຳເນີນການປະຕິຮູບອັນໃຫຍ່ຫຼວງໃນຂົງເຂດການສຶກສາວິຊາອາຊີ ແລະຂ້າພະເຈົ້າ ມາທີ່ນີ້ດ້ວຍຄວາມຫວັງ ເພື່ອຊອກຫາກາລະໂອກາດຮ່ວມມືໃນຂົງເຂດສຶກສາວິຊາອາຊີບ, ເພື່ອແບ່ງປັນພຶດຕິກໍາຕົວຈິງຂອງ ແຟງລັງ, ແລະກໍ່ເພື່ອຖອດຖອນບົດຮຽນຈາກຫວຽດນາມ. ບາງບົດຮຽນເຊິ່ງພວກຂ້າພະເຈົ້າສາມາດແບ່ງປັນກັບຫວຽດນາມ, ທໍາອິດແມ່ນກໍ່ສ້າງຄູອາຈານ. ດ້ວຍລະບົບການສຶກສາທັງໝົດ, ພວກເພື່ອນຕ້ອງການມີຄູອາຈານເກັ່ງ ແລະມີກຳລັງໜູນເຮັດວຽກ, ເພາະເຂົາເຈົ້າເປັນຜູ້ລະດົມກໍາລັງໃຈ ແລະດົນໃຈໃຫ້ນັກຮຽນສືບຕໍ່ຮຽນວິຊາອາຊີບ.

ຢູ່ ແຟງລັງ, ບັນດາຄູສອນອາຊີບລ້ວນແຕ່ແມ່ນປະລິນຍາຕີ, ປະລິນຍາໂທ, ເຂົາເຈົ້າທັງຕ້ອງມີຄວາມຮູ້ລົງເລິກຂະແໜງ, ບົດຮຽນປະສົບການໃນການເຮັດວຽກ. ທີສອງ, ການສຶກສາວິຊາອາຊີບທົ່ວໄປທີ່ສຸດຢູ່ແຟງລັງ. ນັກຮຽນພາຍຫຼັງຮຽນຈົບຊັ້ນມັດທະຍົມເກືອບ 50% ໄດ້ຕົກລົງໄປຮຽນອາຊີບ. ສິ່ງນີ້ແມ່ນຍ້ອນລະບົບສຶກສາວິຊາອາຊີບຢູ່ ແຟງລັງ ມີໄຫວພິບ. ນັກສໍາມະນາກອນສາມາດມີແຜນການຮໍ່າຮຽນສະເພາະ. ເຂົາເຈົ້າສາມາດສືບຕໍ່ຮຽນຕໍ່ມະຫາວິທະຍາໄລ ຫຼື ໄປເຮັດວຽກໃນທັນທີ. ສິ່ງໜຶ່ງທີ່ຫວຽດນາມ ສາມາດທາບທາມ, ນັ້ນແມ່ນບັນດາຮາກຖານສຶກສາວິຊາອາຊີບຢູ່ ແຟງລັງ ຮ່ວມມືຢ່າງແໜ້ນແຟ້ນກັບບັນດາວິສາຫະກິດ. ສະນັ້ນ, ນັກສໍາມະນາກອນພາຍຫຼັງສໍາເລັດການສຶກສາຈະມີໂອກາດເຮັດວຽກໂດຍທັນທີ.

ນັກຂ່າວ: ທ່ານນາງ ໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດໃນຂົງເຂດການສຶກສາວິຊາອາຊີບ?

ທ່ານນາງ Marjaana Sall: ຂ້າພະເຈົ້າ ຄິດວ່າມີຫຼາຍວິທີທີ່ພວກເຮົາສາມາດຮ່ວມມືໃນການສຶກສາວິຊາອາຊີບ. ທີໜຶ່ງແມ່ນຮ່ວມມືລະຫວ່າງບັນດາຮາກຖານການສຶກສາ. ການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າ ມາຫວຽດນາມ ພ້ອມກັບຜູ້ຕາງໜ້າຮາກຖານການສຶກສາວິຊາອາຊີບຂອງ ແຟງລັງ ແລະພວກຂ້າພະເຈົ້າ ໄດ້ມີໂອກາດແລກປ່ຽນກັບບັນດາສູນການສຶກສາຂອງຫວຽດນາມ. ສາມາດເຫັນໄດ້, ການຮ່ວມມືນີ້ຈະນຳມາເຊິ່ງໝາກຜົນທີ່ສຳຄັນພໍສົມຄວນ. ທີສອງ, ປະຈຸບັນມີນັກສຶກສາຫວຽດນາມ ຫຼາຍຄົນພວມຮ່ຳຮຽນຢູ່ແຟງລັງ. ຫວຽດນາມ ມີຈໍານວນປະຊາກອນໜຸ່ມ, ໃນຂະນະທີ່ປະຊາກອນແຟງລັງ ມີອາຍຸສູງ ແລະພວມຂາດແຄນຊັບພະຍາກອນມະນຸດ.

ສະນັ້ນ, ພວກຂ້າພະເຈົ້າ ຫວັງວ່າ ບັນດານັກຮຽນຫວຽດນາມ ສາມາດໄປຮຽນອາຊີບຢູ່ແຟງລັງ ແລະມີວຽກເຮັດງານທຳຢູ່ແຟງລັງ ແລະຂ້າພະເຈົ້າ ຫວັງວ່າຈະເຫັນບັນດາຮາກຖານການສຶກສາວິຊາອາຊີບຂອງ ແຟງລັງ ສວມບົດບາດເປັນຂົວຕໍ່ລະຫວ່າງ ແຟງລັງ ກັບ ຫວຽດນາມ ແລະຫວັງວ່າອະນາຄົດຈະມີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດນີ້ຫຼາຍກວ່າອີກ.

ນັກຂ່າວ: ຂອບໃຈທ່ານນາງ !

ໂດຍ: ເຈິ່ນຮວ່ຽນ