ແຂວງກວ໋າງນາມ ເພີ່ມທະວີການສົມທົບກັບ VVA ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ຫວ່າງແລ້ວນີ້, ຢູ່ແຂວງກວ໋າງນາມ, ຄະນະກຳມະການປະຊາຊົນແຂວງກວ໋າງນາມ ໄດ້ຕ້ອນຮັບອົງການທະຫານຜ່ານເສິກອາເມລິກາ ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ (VVA), ນຳໂດຍທ່ານ Grant Townsend Coates, ຫົວໜ້າຄະນະກຳມະການທົ່ວປະເທດກ່ຽວກັບນັກໂທດ ແລະຜູ້ຫາຍສາບສູນ (ຄະນະກຳມະການ POW/MIA).
ນະທີ່ນີ້, ທ່ານ ເຈິ່ນແອັງຕວັນ ຮອງປະທານຄະນະກຳມະການປະຊາຊົນແຂວງກວ໋າງນາມ ຫວັງວ່າ: VVA ສືບຕໍ່ໜູນຊ່ວຍກວ໋າງນາມ ປະຕິບັດບັນດາໂຄງການມະນຸດສະທຳກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ; ສະໜອງບັນດາເອກະສານ, ຂໍ້ມູນທີ່ກ່ຽວຂ້ອງເຖິງທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມເພື່ອຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ບັນດາໂຄງການຊອກຫາ, ທຳລາຍລູກລະເບີດ…
    |
 |
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Grant Townsend Coates ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການຈະມານະພະຍາຍາມຫຼາຍກວ່າ ໃນການເກັບກຳຊອກຫາຂໍ້ມູນກ່ຽວກັບທະຫານ, ຜູ້ປະສົບເຄາະຮ້າຍທີ່ເສຍສະຫຼະຊີວິດໃນສົງຄົມເພື່ອຊ່ວຍໃຫ້ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ສົ່ງກັບເມືອບ້ານເກີດເມືອງນອນເພື່ອໄຫວ້ອາໄລ. ພ້ອມກັນນັ້ນ, ສະເໜີໃຫ້ລັດຖະບານອາເມລິກາ ເອົາໃຈໃສ່ເຖິງການໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນ ຍ້ອນສົງຄາມ, ເຊື່ອມຕໍ່ບັນດານັກຄົ້ນຄວ້າຢູ່ອາເມລິກາ ເພື່ອຮັບໃຊ້ວຽກງານຊອກຫາຜູ້ປະສົບເຄາະຮ້າຍທີ່ຖືກຫາຍສາບສູນ, ເສຍສະຫຼະຊີວິດໃນສົງຄາມ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ