ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ນະຄອນໂຮ່ຈີມິນ, ເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ (SHTP) ແລະ Cadence Design Systems (CDNS, ອາເມລິກາ) ໄດ້ລົງນາມໃນບົດບັນທຶກການຮ່ວມມືພັດທະນາຖັນແຖວຊັບພະຍາກອນມະນຸດອອກແບບໃນຂົງເຂດເອເລັກໂຕນິກ ແລະຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາ IC ຢູ່ຫວຽດນາມ.

leftcenterrightdel
ຜູ້ຕາງໜ້າເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ ແລະ Cadence Design Systems ລົງນາມໃນບົດບັນທຶກການຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ

Cadence ແມ່ນບໍລິສັດແຖວໜ້າໂລກໃນຂົງເຂດອອກແບບລະບົບເອເລັກໂຕນິກ, ດ້ວຍກວ່າ 30 ປີເຄື່ອນໄຫວໃນຂົງເຂດຊອັບແວຄິດໄລ່. ດ້ວຍການຮ່ວມມືດັ່ງກ່າວ, Cadence ສາມາດສະໜອງເຄື່ອງມືຊອັບແວອອກແບບ IC (ຈິບ), ໂຄງການກໍ່ສ້າງທີ່ກ່ຽວຂ້ອງໃຫ້ບັນດາມະຫາວິທະຍາໄລໃນບໍລິເວນນະຄອນໂຮ່ຈີມິນ ຜ່ານເຄືອຂ່າຍ Cadence. ນີ້ແມ່ນມະຫາວິທະຍາໄລທີ່ມີທ່າແຮງດ້ານວິທະຍາສາດເຕັກນິກ ແລະປາດຖະໜາຢາກເຂົ້າຮ່ວມໃນການພັດທະນາຖັນແຖວຊັບພະຍາກອນມະນຸດເກັ່ງເພື່ອຮັບໃຊ້ຂະແໜງອອກແບບ IC.  ເປົ້າໝາຍຮ່ວມມືເພື່ອຊ່ວຍໃຫ້ນັກສຶກສາໄດ້ຮັບປະສົບການໃນການອອກແບບ ແລະກວດກາ ແລະຕີລາຄາຄຸນນະພາບ IC.

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ເຈິ່ນວັນຕູ່ງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ໃຫ້ຮູ້ວ່າ ບັນດາວິສາຫະກິດ ແລະຄູ່ຮ່ວມມືຕ່າງປະເທດຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາຢູ່ຫວຽດນາມ, ໃຫ້ຂໍ້ສັງເກດວ່າຄວາມຂະຫຍັນຂັນເຂື່ອນປະດິດສ້າງຂອງຊາວຫວຽດນາມ ແມ່ນກາລະໂອກາດເພື່ອໃຫ້ບັນດາຝ່າຍຮ່ວມມື. ເລື່ອງ SHTP ສຸມໃສ່ກໍ່ສ້າງຊັບພະຍາກອນມະນຸດໃຫ້ການອອກແບບ IC ແມ່ນທິດທາງທີ່ຖືກຕ້ອງ, ຜ່ານນັ້ນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງສະໜອງໃຫ້ບັນດາຂະແໜງການໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ