ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນການລົງທຶນ, ການຄ້າລະຫວ່າງຫວຽດນາມ - ກໍາປູເຈຍ ໃຫ້ເປັນຢ່າງດີ
ກປ.ອອນໄລ - ວັນທີ 27 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານນາງ Samdech Kittisangha Bondit Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີພົວພັນກັບສະພາແຫ່ງຊາດ, ສະພາສູງ ແລະອົງການກວດກາ ແຫ່ງລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກໍາປູເຈຍ ແລະຄະນະຜູ້ແທນຄະນະກວດກາ ລັດຖະບານຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສໍານັກງານທະນາຄານການ ຄ້າຫຸ້ນສ່ວນລົງທຶນພັດທະນາຫວຽດນາມ (BIDV).
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: TTXVN |
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາງ Men Sam An ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານທີ່ບັນລຸໄດ້, ພ້ອມທັງຮັບຮູ້ການປະກອບສ່ວນຂອງ BIDV, BIDC ຕໍ່ກັບພື້ນຖານເສດຖະກິດ-ສັງຄົມ ກໍາປູເຈຍ ໃນ 14 ປີຜ່ານມາ. ທ່ານນາງຮອງນາຍົກ ລັດຖະມົນຕີ Men Sam An ຕີລາຄາວ່າ ນັບແຕ່ອົງການການຄ້າຂອງ BIDV ໄດ້ຮັບການສ້າງຕັ້ງຂຶ້ນຢູ່ກໍາປູເຈຍ, ການເຄື່ອນໄຫວລົງທຶນຂອງວິສາຫະກິດ ຫວຽດນາມ ເຂົ້າກໍາປູເຈຍ ກໍມີຄວາມຈະເລີນເຕີບໂຕ. ອົງການການຄ້າ ໄດ້ຂະຫຍັນຂັນເຄື່ອນ ແລະມີຄວາມຮັບຜິດຊອບໃນການເຊື່ອມຕໍ່ກັບວິສາຫະກິດ, ຊຸກຍູ້ການເຄື່ອນໄຫວລົງທຶນ, ການຄ້າ, ການທ່ອງທ່ຽວ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດ ໃຫ້ນັບມື້ນັບດີງາມ.
ທ່ານນາງຮອງນາຍົກລັດຖະມົນຕີ ກໍາປູເຈຍ ສະເໜີໃຫ້ BIDV, BIDC ສືບຕໍ່ມານະ ພະຍາຍາມ ເພື່ອຮັກສາບົດບາດນໍາໜ້າໃນຈໍານວນວິສາຫະກິດຫວຽດນາມ ທີ່ເຄື່ອນ ໄຫວຢູ່ກໍາປູເຈຍ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນການເຄື່ອນໄຫວດ້ານ ເສດຖະກິດ, ການລົງທຶນ ແລະການຄ້າລະຫວ່າງສອງປະເທດ ໃຫ້ເປັນຢ່າງດີ.
ໂດຍ: ໄຊຊະນະ