ນະຄອນໂຮ່ຈີມິນ ປາດຖະໜາຢາກໃຫ້ ສະໂລເວເນຍ ໜູນຊ່ວຍ, ຮ່ວມມືກ່ຽວກັບການຫັນເປັນດີຈີຕອນ, ການຂົນສົ່ງທາງທະເລ
ກປ.ອອນໄລ - ຕອນເຊົ້າວັນທີ 22 ພຶດສະພາ, ທ່ານ ຫວໍວັນຮວານ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ມີການຕ້ອນຮັບທ່ານນາງ Tanja Fajon, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະບັນດາບັນຫາເອີລົບ ສາທາລະນະລັດ ສະໂລເວເນຍ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ.
    |
 |
ການນໍານະຄອນໂຮ່ຈີມິນ ຕ້ອນຮັບທ່ານນາງ Tanja Fajon ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະບັນດາບັນຫາເອີລົບ ສາທາລະນະລັດ ສະໂລເວເນຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການຕ້ອນຮັບ, ທ່ານ ຫວໍວັນຮວານ ໃຫ້ຮູ້ວ່າ ການຫັນເປັນດີຈີຕອນ, ປະດິດສ້າງແມ່ນຂົງເຂດທີ່ນະຄອນໂຮ່ຈີມິນ ມີຄວາມສົນໃຈຫຼາຍ ແລະຫວັງວ່າ ສະໂລເວເນຍ ຈະໜູນຊ່ວຍ, ແນະນຳບັນດາອົງການ, ຊ່ຽວຊານໃນຂົງເຂດນີ້ ເພື່ອແລກປ່ຽນບົດຮຽນ ແລະຄວາມສາມາດບົ່ມຊ້ອນຮ່ວມມື. ຄຽງຂ້າງນັ້ນ, logistics ແລະການຂົນສົ່ງທາງທະເລກໍ່ແມ່ນຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງນະຄອນໂຮ່ຈີມິນ ແລະສະໂລເວເນຍ. ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າ ສະໂລເວເນຍ ເຂົ້າເຖິງຕະຫຼາດອາຊີຕາເວັນອອກສ່ຽງໃຕ້ຜ່ານລະບົບທ່າກໍາປັ່ນຢູ່ນະຄອນໂຮ່ຈີມິນ ແລະກົງກັນຂ້າມສິນຄ້ານະຄອນໂຮ່ຈີມິນ ມີເງື່ອນໄຂເຂົ້າເຖິງຕະຫຼາດເອີລົບ ຜ່ານທ່າກໍາປັ່ນ Koper.
ການນຳນະຄອນໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສະໂລເວເນຍ ມາລົງທຶນ ແລະເຂົ້າຮ່ວມການເຄື່ອນໄຫວດຳເນີນທຸລະກິດຢູ່ນະຄອນ; ພ້ອມທັງ, ນະຄອນ ຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ເພື່ອຕ້ອນຮັບບັນດາວິສາຫະກິດຂອງ ສະໂລເວເນຍ ມາລົງທຶນດຳເນີນທຸລະກິດໃນໄລຍະຍາວ.
    |
 |
ທ່ານ ຫວໍວັນຮວານ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານນາງ Tanja Fajon. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານນາງ Tanja Fajon ຖືວ່າ ການຢ້ຽມຢາມຄັ້ງນີ້ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະຊາຄົມວິສາຫະກິດ; ພ້ອມທັງ, ພ້ອມແລ້ວທີ່ຈະແນະນຳບັນດາກາລະໂອກາດລົງທຶນຂອງຫວຽດນາມ ໃຫ້ປະຊາຄົມວິສາຫະກິດ ສະໂລເວເນຍ. ຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາຂອງນະຄອນໂຮ່ຈີມິນ, ທ່ານນາງ Tanja Fajon ຖືວ່າ ບັນດາວິສາຫະກິດໃຫຍ່ຂອງ ສະໂລເວເນຍ ທີ່ເຂົ້າຮ່ວມການຢ້ຽມຢາມຄັ້ງນີ້ ຈະຊອກຫາຂໍ້ມູນຂ່າວສານທີ່ມີປະໂຫຍດກ່ຽວກັບກາລະໂອກາດຮ່ວມມືໃນຂົງເຂດທີ່ທັງສອງຝ່າຍມີທ່າໄດ້ປຽບ ແລະມີຄວາມຕ້ອງການ, ຄື: ພັດທະນາທ່າກຳປັ່ນທະເລ, ການຫັນເປັນດີຈີຕອນ, ຕົວເມືອງອັດສະລິຍະ ຫຼື ການທ່ອງທ່ຽວ.
ໂດຍ: ເຈິ່ນຮວ່ຽນ