ວັນທີ 19 ພຶດສະພາ, ທີ່ການຕ້ອນຮັບທ່ານ Junichi Hanzawa, ຜູ້ອຳນວຍການໃຫຍ່ທະນາຄານ MUFG ຂອງຍີ່ປຸ່ນ ທີ່ພວມມີການປະຕິບັດງານຢູູ່ຫວຽດນາມ, ທ່ານ ເລມີງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງທະນາຄານ MUFG ໃນຂະແໜງການເງິນຢູ່ຫວຽດນາມ, ຜ່ານສອງສາຂາຂອງທະນາຄານ MUFG ທີ່ປະຈໍາຢູ່ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ແລະເປັນຫຸ້ນສ່ວນຍຸດທະສາດ, ໜູນຊ່ວຍທະນາຄານ VietinBank ຍົກລະດັບຄວາມສາມາດໃນການບໍລິຫານ. ທ່ານຮອງນາຍົກລັດຖະມົນຕີ ເລມີງຄ໊າຍ ປາດຖະໜາຢາກ MUFG ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ສົ່ງເສີມວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ, ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ.

leftcenterrightdel
ທ່ານ ເລມີງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Junichi Hanzawa ຜູ້ອໍານວຍການໃຫຍ່ທະນາຄານ MUFG ຂອງຍີ່ປຸ່ນ. ພາບ: baochinhphu.vn

ສ່ວນທ່ານ Junichi Hanzawa ໃຫ້ຮູ້ວ່າ ຫວຽດນາມ ແມ່ນສະຖານທີ່ຍຸດທະສາດໃນການດໍາເນີນທຸລະກິດຂອງວິສາຫະກິດຍີ່ປຸ່ນ, ທ່ານຢືນຢັນວ່າ ຈະສືບຕໍ່ຮຽກຮ້ອງເອົາບັນດານັກລົງທຶນໃຫຍ່ຂອງຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາພະລັງງານທົດແທນ, ເຕັກໂນໂລຢີສູງ.

ໂດຍ: ທູຈາງ