ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງວິສາຫະກິດອຸດສາຫະກຳໜູນຊ່ວຍ ຮ່າໂນ້ຍ ແລະ Suzhou, ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະມາຄົມວິສາຫະກິດອຸດສາຫະກຳໜູນຊ່ວຍນະຄອນຮ່າໂນ້ຍ (HANSIBA) ແລະສະມາຄົມສົ່ງເສີມການຄ້າວິສາຫະກິດຂະໜາດກາງ ແລະນ້ອຍນະຄອນ Suzhou, ແຂວງ Jiangsu, ຈີນ.
    |
 |
ທ່ານ ຫງວຽນຮວ່າງ ປະທານສະມາຄົມວິສາຫະກິດອຸດສາຫະກຳໜູນຊ່ວຍນະຄອນຮ່າໂນ້ຍ ແບ່ງປັນທີ່ພິທີລົງນາມ. ພາບ: ຫວູຢູງ |
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫງວຽນຮວ່າງ, ປະທານ HANSIBA ໃຫ້ຮູ້ວ່າ ຢູ່ຮ່າໂນ້ຍ, HANSIBA ພ້ອມແລ້ວທີ່ຈະຕອບສະໜອງເງື່ອນໄຂ ເພື່ອພ້ອມກັບວິສາຫະກິດຄູ່ຮ່ວມມືເພື່ອນມິດຜະລິດ, ຄື: ພື້ນຖານໂຄງລ່າງອຸດສາຫະກໍາ, ລວມມີເຄື່ອງໃຊ້ທີີ່ສະດວກ, ໂຮງງານ, ສູນການຄ້າ, ການແພດ… ເພື່ອຮັບໃຊ້ຕາມມາດຕະຖານໃຫ້ແກ່ຜູ້ຜະລິດ. ສ່ວນຝ່າຍສະມາຄົມ, HANSIBA ໄດ້, ພວມ ແລະສືບຕໍ່ປຶກສາຫາລື, ໃຫ້ຄຳປຶກສາ, ຂໍ້ສະເໜີແນະບັນດານະໂຍບາຍບຸລິມະສິດພິເສດໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີສູງທີ່ຜະລິດຢູ່ຫວຽດນາມ; ໃນນັ້ນມີວິສາຫະກິດນະຄອນ Suzhou.
    |
 |
ທ່ານ Pan DongMing ຮັກສາການຫົວໜ້າສະມາຄົມສົ່ງເສີມການຄ້າວິສາຫະກິດຂະໜາດກາງ ແລະນ້ອຍນະຄອນ Suzhou, ຈີນ ກ່າວຄໍາເຫັນທີ່ພິທີ. ພາບ: ຫວູຢູງ |
ຕາມທ່ານ Pan DongMing, ຮັກສາການຫົວໜ້າສະມາຄົມສົ່ງເສີມການຄ້າວິສາຫະກິດຂະໜາດກາງ ແລະນ້ອຍຢູ່ນະຄອນ Suzhou, ຈີນ ແລ້ວ, ເພື່ອຮ່ວມມືກັບວິສາຫະກິດຫວຽດນາມ ໃນການພັດທະນາອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ວິສາຫະກິດ Suzhou ປາດຖະໜາຢາກຊອກຮູ້ວິສາຫະກິດຫວຽດນາມ ກ່ຽວກັບການເຄື່ອນໄຫວຕ່າງໆ ແລະກາລະໂອກາດການຮ່ວມມືຢ່າງລະອຽດ.
    |
 |
ບັນຍາກາດທີ່ພິທີລົງນາມບົດບັນທຶກວ່າດ້ວຍການຮ່ວມມື. ພາບ: ຫວູຢູງ |
ຕາມບົດບັນທຶກວ່າດ້ວຍການຮ່ວມມື, HANSIBA ຈະຊຸກຍູ້ການເຄື່ອນໄຫວໜູນຊ່ວຍວິສາຫະກິດສະມາຊິກ HANSIBA ແລະວິສາຫະກິດສະມາຊິກ ສະມາຄົມສົ່ງເສີມການຄ້າວິສາຫະກິດຂະໜາດກາງ ແລະນ້ອຍນະຄອນ Suzhou, ໃນບັນດາເນື້ອໃນທີ່ຈຳເປັນເພື່ອພ້ອມກັນຮ່ວມມືຜະລິດ-ດຳເນີນທຸລະກິດ, ເຂົ້າຮ່ວມຕ່ອງໂສ້ການຜະລິດທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງ.
ໂດຍ: ເຈິ່ນຮວ່ຽນ