leftcenterrightdel
ພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືພັດທະນາການທ່ອງທ່ຽວ. ພາບ: baolamdong.vn

ທີ່ກອງປະຊຸມສໍາມະນາ, ບັນດາວິສາຫະກິດທ່ອງທ່ຽວ, ການບໍລິການທ່ອງທ່ຽວຢູ່ແຂວງເລິມດົ່ງ ແລະບັນດາທ້ອງຖິ່ນໃກ້ຄຽງໄດ້ນຳສະເໜີຜະລິດຕະພັນ, ທ່າແຮງພັດທະນາການທ່ອງທ່ຽວ, ສະເໜີຫຼາຍມາດຕະການແນໃສ່ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຫວຽດນາມ ແລະອິນເດຍ. ສະເພາະແຂວງເລິມດົ່ງ ແມ່ນຢາກໂຄສະນາພາບພົດ, ນຳເອົາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຫຼາກຫຼາຍຮູບແບບເຖິງແຂກທ່ອງທ່ຽວສາກົນ, ໃນນັ້ນມີຕະຫຼາດອິນເດຍ. ໃນຂອບເຂດກອງປະຊຸມສໍາມະນາ, ບັນດາວິສາຫະກິດທ່ອງທ່ຽວອິນເດຍ ໄດ້ເຂົ້າຮ່ວມການທ່ອງທ່ຽວ ແລະຢ້ຽມຊົມບາງສະຖານທີ່ທ່ອງທ່ຽວຢູ່ແຂວງເລິມດົ່ງ. ເນື່ອງໃນໂອກາດນີ້, ບໍລິສັດຫຸ້ນສ່ວນລົງທຶນ ແລະພັດທະນາກຸ່ມເຂດທ່ອງທ່ຽວປີນີ ໄດ້ລົງນາມຮ່ວມມືຊຸກຍູ້ການພັດທະນາການທ່ອງທ່ຽວກັບບັນດາວິສາຫະກິດທ່ອງທ່ຽວອິນເດຍ ແລະສະໂມສອນເຊື່ອມຕໍ່ນັກທຸລະກິດຫວຽດນາມ-ສາກົນ.

ໂດຍ: ເຈິ່ນຮວ່ຽນ