ທີ່ການເຮັດວຽກ, ທ່ານ ລື້ກວາງເງີ່ຍ ເນັ້ນໜັກວ່າ ຜ່ານ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ (21-9-1973 / 21-9-2023), ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ,  ຍູ້ແຮງຢ່າງຮອບດ້ານ. ສືບທອດ ແລະພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ,  ແຂວງວິ້ງລອງ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຄູ່ຮ່ວມມື ຍີ່ປຸ່ນ, ພິເສດແມ່ນກັບອຳນາດການປົກຄອງແຂວງ Niigata.

leftcenterrightdel
ທ່ານ ລື້ກວາງເງີ່ຍ ປະທານຄະນະກໍາມະການປະຊາຊົນແຂວງວິ້ງລອງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ລື້ກວາງເງີ່ຍ ຖືວ່າ ໃນໄລຍະຈະມາເຖິງ, ແຂວງວິ້ງລອງ ປາດຖະໜາຢາກຮ່ວມມືກັບແຂວງ Niigata ໃນ 4 ຂົງເຂດສຳຄັນ, ຄື: ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະສົມທົບນຳຜູ້ອອກແຮງງານທີ່ໄດ້ຮັບການກໍ່ສ້າງມາເຮັດວຽກມີກຳນົດເວລາຢູ່ແຂວງ Niigata; ສົ່ງເສີມການລົງທຶນດ້ານການຄ້າ; ນຳໃຊ້ເຕັກໂນໂລຢີສູງເຂົ້າໃນການພັດທະນາກະສິກຳ; ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ທ່ອງທ່ຽວ, ແນໃສ່ຮັດແໜ້ນການພົວພັນມິດຕະພາບຂັ້ນທ້ອງຖິ່ນ ແລະເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງແຂວງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Kanai Kenichi ແບ່ງປັນວ່າ ແຂວງ Niigata ມີມູນຄ່າການຜະລິດ, ເນື້ອທີ່ປູກ, ມີປະລິມານການຜະລິດເຂົ້ານຳໜ້າໃນຈຳນວນ 47 ແຂວງ, ນະຄອນຂອງຍີ່ປຸ່ນ, ດ້ວຍມູນຄ່າການຜະລິດກະສິກໍາບັນລຸ 225,4 ຕື້ເຢນ. ຜ່ານບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງສອງແຂວງ, ຄະນະປະຕິບັດງານຈະຄົ້ນຄວ້າ, ສໍາຫຼວດເພື່ອຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນກັບແຂວງວິ້ງລອງ  ໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ