ຫວຽດນາມ ແລະອາຟະຣິກາໃຕ້ ຮ່ວມມືໃນຂົງເຂດເສດຖະກິດ
ກປ.ອອນໄລ - ໂດຍປະຕິບັດໂຄງການການທູດດ້ານເສດຖະກິດ ປີ 2023, ນັບແຕ່ວັນທີ 16 ຫາວັນທີ 20 ມີນາ, ທ່ານ ຮວ່າງວັນເລີ້ຍ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາອາຟະຣິກາໃຕ້ ໄດ້ນໍາໜ້າຄະນະ ປະຕິບັດງານຂອງສະຖານທູດ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ KwaZulu-Natal (KZN).
ຢູ່ທີ່ມີ້, ຄະນະປະຕິບັດງານໄດ້ມີການເຮັດວຽກກັບອົງການສົ່ງເສີມການຄ້າ ແລະການລົງທຶນແຂວງ (TIKZN), ຄະນະບໍລິຫານທ່າກໍາປັ່ນ ສົ່ງອອກຖ່ານຫີນ Richards Bay ແລະກຸ່ມບໍລິສັດຂົນສົ່ງທາງລົດໄຟ Transnet.
ທີ່ການເຮັດວຽກກັບທ່ານ Neville Matjie, ຜູ້ອໍານວຍການບໍລິຫານອົງການສົ່ງເສີມການຄ້າ ແລະການລົງທຶນແຂວງ, ສອງຝ່າຍໄດ້ແລກປ່ຽນບາງຂໍ້ມູນຂ່າວສານ, ກໍານົດທິດທາງຜັນຂະຫຍາຍ ແລະສົມທົບກັນກະກຽມເພື່ອຈັດຕັ້ງບັນດາການເຄື່ອນໄຫວຂອງຄະນະ ໃຫ້ປະສົບຜົນສໍາເລັດ.
    |
 |
ທ່ານ ຮວ່າງວັນເລີ້ຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອາຟະຣິກາໃຕ້ ເຮັດວຽກກັບອົງການສົ່ງເສີມການຄ້າ ແລະການລົງທຶນແຂວງ KwaZulu-Natal. ພາບ: ສໍານັກຂ່າວສານຫວຽດນາມ |
ນອກຈາກໜູນຊ່ວຍການຜັນຂະຫຍາຍບັນດາເຫດການຂອງຫວຽດນາມ ໃນໄລຍະຈະມາເຖິງ, ຜູ້ຕາງໜ້າແຂວງ KZN ກໍ່ສະແດງຄວາມເອົາໃຈໃສ່ ແລະປາດຖະໜາຢາກຖອດຖອນບົດຮຽນຂອງຫວຽດນາມ ໃນຂະແໜງການ, ຂົງເຂດຈໍານວນໜຶ່ງ.
ໃນຂອບເຂດການໄປປະຕິບັດງານ, ທີ່ການຢ້ຽມຢາມ ແລະເຮັດວຽກຢູ່ທ່າກໍາປັ່ນ Richards Bay - ເຊິ່ງແມ່ນທ່າກໍາປັ່ນສົ່ງອອກຖ່ານຫີນໃຫຍ່ທີ່ສຸດຢູ່ອາຟະຣິກາໃຕ້, ຄະນະໄດ້ມີການແລກປ່ຽນກັບຄະນະຄຸ້ມຄອງທ່າກໍາປັ່ນ ພ້ອມດ້ວຍຜູ້ຕາງໜ້າກຸ່ມບໍລິສັດຂົນສົ່ງທາງລົດໄຟ Transnet ເພື່ອຊອກຮູ້ໂຄງລ່າງ logistics ແລະລະບົບສະໜອງຈາກເຂດຂຸດຄົ້ນ (ບໍ່ແຮ່) ຮອດເຂດທ່າກໍາປັ່ນ.
ໂດຍ: ທູຈາງ