ສ.ເກົາຫຼີ ມີປະມານ 8.000 ວິສາຫະກິດພວມຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ. ເພີ່ມທະວີການສົ່ງເສີມການຄ້າແມ່ນການເຄື່ອນໄຫວຈຸດສຸມຂອງຫວຽດນາມ ແລະ ສ.ເກົາຫຼີ ເພື່ອປະກອບສ່ວນນໍາວົງເງິນການຄ້າ ຫວຽດນາມ - ສ.ເກົາຫຼີ ບັນລຸ 100 ຕື້ໂດລາສະຫະລັດ ໃນປີ 2023.

ທ່ານ ຫວູບ໊າຝູ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູູ້ວ່າ ນອກຈາກເປົ້າໝາຍບັນລຸ 100 ຕື້ໂດລາສະຫະລັດ ລວມຍອດວົງເງິນການຄ້າລະຫວ່າງສອງປະເທດ ໃນປີ 2023, ຫວຽດນາມ ຍັງວາງເປົ້າໝາຍສູງກວ່າ, ພິເສດແມ່ນໃນຂົງເຂດການລົງທຶນ ຈະດຶງດູດຫຼາຍໂຄງການໃຫຍ່ມີມູນຄ່າເພີ່ມ, ເຕັກໂນໂລຢີສູງຂອງນັກລົງທຶນ ສ.ເກົາຫຼີ, ສ້າງຕັ້ງລະບົບມູນຄ່າຜະລິດແຈກຢາຍທີ່ມີລັກສະນະທົ່ວໂລກຢູ່ຫວຽດນາມ.

leftcenterrightdel
ວິສາຫະກິດນະຄອນ Incheon ແລະແຂວງ Chungbuk (ສ.ເກົາຫຼີ) ພົບປະກັບວິສາຫະກິດຫວຽດນາມ. ພາບ: ແຄ໋ງອານ.

ເພື່ອແນໃສ່ຊຸກຍູ້ການພົວພັນການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະສ.ເກົາຫຼີ, ໃນໄລຍະຜ່ານມາ, ອົງການສົ່ງເສີມການຄ້າ ແລະການລົງທຶນ ສ.ເກົາຫຼີ ປະຈໍາຮ່າໂນ້ຍ (KOTRA Hanoi) ໄດ້ເພີ່ມທະວີການຈັດຕັ້ງບັນດາເຫດການພົວພັນການຄ້າແບບເຊິ່ງໜ້າ, ທາງອອນລາຍ. ທ່ານນາງ ເຈິ່ນທິຫາຍອ໊ຽນ ຫົວໜ້າຫ້ອງການ KOTRA Hanoi ໃຫ້ຮູ້ວ່າ ປີ 2023, KOTRA Hanoi ຈະປະຕິບັດ 70-80 ເຫດການພົວພັນການຄ້າແບບເຊິ່ງໜ້າ/ທາງອອນລາຍ ເພື່ອແນໃສ່ເຊື່ອມຕໍ່ 1.000 ກວ່າວິສາຫະກິດຂອງ ສ.ເກົາຫຼີ ກັບ 1.500 ກວ່າວິສາຫະກິດຊື້ເຄື່ອງຂອງຫວຽດນາມ.  ໃນທ້າຍເດືອນກຸມພາ ປີ 2023 ທີ່ຜ່ານມາ, KOTRA Hanoi ໄດ້ຈັດຕັ້ງສໍາເລັດເຫດການພົວພັນການຄ້າແບບເຊິ່ງໜ້າ (1:1) ລະຫວ່າງຄະນະວິສາຫະກິດມາຈາກນະຄອນ Incheon ແລະແຂວງ Chungbuk (ສ.ເກົາຫຼີ) ກັບວິສາຫະກິດຫວຽດນາມ ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການເປີດສາກໃຫ້ແກ່ບັນດາການພົວພັນແລກປ່ຽນດ້ານການຄ້າໃນປີ 2023.

ທີ່ເຫດການດັ່ງກ່າວ, 20 ວິສາຫະກິດຜະລິດ/ສະໜອງ ຂອງ ສ.ເກົາຫຼີ ທີ່ມີອິດທິພົນຊື່ສຽງໄດ້ນໍາສະເໜີບັນດາຜະລິດຕະພັນທີ່ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບ, ຈາກເຄື່ອງບໍລິໂພກທີ່ຈໍາເປັນໃນຊີວິດປະຈໍາວັນເຖິງເຄື່ອງອຸດສາຫະກໍາ. ດ້ວຍບັນດາຜະລິດຕະພັນທີ່ມີທ່າແຮງແມ່ນເຄື່ອງສໍາອາງ, ສະບຽງອາຫານ-ອາຫານເສີມ, ຄະນະວິສາຫະກິດ ສ.ເກົາຫຼີ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກວິສາຫະກິດນໍາເຂົ້າຫວຽດນາມ ທີ່ຢາກຊອກຮູ້ເພື່ອຕອບສະໜອງຄວາມຕ້ອງການສົ່ງເສີມສຸຂະພາບຂອງປະຊາຊົນ ໄລຍະຫຼັງໂຄວິດ-19. ທ່ານ Eun Sung Kang ຜູ້ອໍານວຍການບໍລິສັດ Flexplay Korea ແບ່ງປັນວ່ານີ້ແມ່ນຄັ້ງທີ 4 ທີ່ວິສາຫະກິດມາຫວຽດນາມ ໂດຍກົງເພື່ອຊອກຫາໂອກາດຮ່ວມມື. ພ້ອມທັງຕີລາຄາວ່າບັນດາຜະລິດຕະພັນນົມຜົງຂອງບໍລິສັດ Flexplay Korea ຈະມີຄວາມສາມາດບົ່ມຊ້ອນທີ່ສຸດຢູ່ຕະຫຼາດຫວຽດນາມ. ສ່ວນຝ່າຍວິສາຫະກິດຫວຽດນາມ, ຜ່ານການພົວພັນແລກປ່ຽນການຄ້າ ກໍຊອກໄດ້ວິສາຫະກິດສະໜອງ ສ.ເກົາຫຼີ ທີ່ສອດຄ່ອງ.

ຫວຽດນາມ ມີທ່າໄດ້ປຽບໃນການສົ່ງອອກສິນຄ້າປະເພດຕ່າງໆ, ຄື: ຜະລິດຕະພັນກະເສດ, ສິນໃນນໍ້າ, ສິນທະເລ, ໝາກໄມ້ຕາມລະດູການເຂົ້າຕະຫຼາດ ສ.ເກົາຫຼີ. ພ້ອມກັນນັ້ນ, ຫວຽດນາມ ສົ່ງເສີມວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຢີດີຈີຕອນ, ເອເລັກໂຕນິກ, ພະລັງງານທົດແທນ, ພັດທະນາພື້ນຖານໂຄງລ່າງ... ໃນຂະນະນັ້ນ, ຫວຽດນາມ ນໍາເຂົ້າສ່ວນຫຼາຍແມ່ນບັນດາຜະລິດຕະພັນເອເລັກໂຕນິກ, ອຸດສາຫະກໍາ ແລະວັດຖຸດິບຈາກ ສ.ເກົາຫຼີ.

ໂດຍ: ໄຊຊະນະ