VBF: ເສດຖະກິດສີຂຽວ, ຫັນເປັນສີຂຽວຈະແມ່ນກຳລັງໜູນຂອງການເຕີບໂຕ
ກປ.ອອນໄລ - 12 ກຸ່ມປະຕິບັດງານຂອງ VBF ໄດ້ຍົກອອກຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບກົນໄກ ແລະນະໂຍບາຍໃນ 12 ຂົງເຂດ ຄື: ພະລັງງານ, ກະສິກຳ, ການຄ້າ ແລະເສດຖະກິດດີຈີຕອນ...
ຕອນເຊົ້າວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ສຳພັນທະມິດເວທີປາໄສວິສາຫະກິດຫວຽດນາມ ລວມມີ: ກະຊວງແຜນການ ແລະການລົງທຶນ, ທະນາຄານໂລກ (WB) ແລະອົງການການເງິນສາກົນ (IFC) ໄດ້ຈັດເວທີປາໄສວິສາຫະກິດຫວຽດນາມ ປະຈຳປີ (VBF) ດ້ວຍຫົວຂໍ້ “ປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການຊຸກຍູ້ການເຕີບໂຕສີຂຽວ”.
    |
 |
ບັນຍາກາດທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມເຕັກນິກນີ້, 12 ກຸ່ມປະຕິບັດງານຂອງ VBF ໄດ້ຍົກອອກຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບກົນໄກ ແລະນະໂຍບາຍໃນ 12 ຂົງເຂດ, ຄື: ພະລັງງານ, ກະສິກຳ, ການຄ້າ ແລະເສດຖະກິດດີຈີຕອນ...
ຮັບເອົາຂໍ້ສະເໜີແນະຂອງບັນດາກຸ່ມປະຕິບັດງານຂອງ VBF, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງຫວຽດນາມ ໄດ້ມີຄຳຕອບຕໍ່ການສ່ອງແສງຂອງນັກລົງທຶນ ແລະວິສາຫະກິດ.
ບັນດາຄຳເຫັນປະກອບຂອງປະຊາຄົມວິສາຫະກິດທີ່ກ່ຽວຂ້ອງເຖິງຂອບນິຕິກໍາ, ກົນໄກນະໂຍບາຍທີ່ກອງປະຊຸມເຕັກນິກນີ້ ຈະໄດ້ລວບລວມ ເພື່ອລາຍງານຕໍ່ນາຍົກລັດຖະມົນຕີທີ່ກອງປະຊຸມຂັ້ນສູງຂອງເວທີປາໄສ VBF, ເຊິ່ງຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ.
ໂດຍ: ທະນາພອນ