leftcenterrightdel
ເວທີປາໄສການຄ້າຫວຽດນາມ - ອາເມລິກາລາຕິນ ປີ 2021. ພາບ: ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ

ເວທີປາໄສໄດ້ຮັບການຈັດຕັ້ງດ້ວຍຮູບແບບໂດຍກົງ ແລະທາງອອນລາຍ. ຂໍ້ມູນທີ່ກອງປະຊຸມໃຫ້ຮູ້ວ່າ, ໃນຖານະທີ່ເປັນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ອາເມລິກາລາຕິນ ພວມຄ່ອຍໆກາຍເປັນເຂດຕະຫຼາດທີ່ດຶງດູດຕໍ່ທົ່ວໂລກ, ໃນນັ້ນມີຫວຽດນາມ. ໃນທິດກົງກັນຂ້າມ, ຫວຽດນາມ ໄດ້ກາຍເປັນຕະຫຼາດທີ່ຫາກໍ່ພົ້ນເດັ່ນ ໄດ້ຮັບຄວາມສົນໃຈຈາກວິສາຫະກິດໃນໂລກ, ໃນນັ້ນມີບັນດາວິສາຫະກິດອາເມລິກາລາຕິນ. ມາຮອດປະຈຸບັນ, ຫວຽດນາມ ມີການພົວພັນດ້ານການຄ້າກັບ 33 ປະເທດຢູ່ພາກພື້ນອາເມລິກາລາຕິນ, ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນທົບກວ່າ 63 ເທົ່າ (ຈາກ 245 ລ້ານໂດລາສະຫະລັດ ໃນປີ 2000 ຂຶ້ນເຖິງ 15,6 ຕື້ໂດລາສະຫະລັດ ໃນປີ 2020); ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄປຍັງພາກພື້ນນີ້ບັນລຸ 8,3 ຕື້ໂດລາສະຫະລັດ ແລະການນຳເຂົ້າບັນລຸ 7,3 ຕື້ໂດລາສະຫະລັດ. ຫວຽດນາມ ວາງເປົ້າໝາຍຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸປະມານ 20 ຕື້ໂດລາສະຫະລັດ ໃນປີ 2025, ດຶງດູດການລົງທຶນຈາກພາກພື້ນນີ້ໃຫ້ໄດ້ປະມານ 12 – 13 ຕື້ໂດລາສະຫະລັດ; ເຊິ່ງສຸມໃສ່ຂົງເຂດພະລັງງານ, ໂທລະຄົມມະນາຄົມ, ກະສິກຳເຕັກໂນໂລຢີສູງ ແລະ ອຸດສາຫະກຳມູນຄ່າເພີ່ມສູງ.

ໂດຍ: ທະນາພອນ