ກ່າວຄຳເຫັນຕໍ່ໜ້າວິສາຫະກິດສອງປະເທດກວ່າ 100 ແຫ່ງ, ທ່ານປະທານາທິບໍດີສະວິດ Guy Parmelin ໃຫ້ຂໍ້ສັງເກດວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່ ແລະຄວນມີຂອບເຂດການຮ່ວມມືໃໝ່ ເພື່ອຊຸກຍູ້ວິສາຫະກິດສະວິດລົງທຶນເຂົ້າຫວຽດນາມ.

ທ່ານ Guy Parmelin ໃຫ້ຮູ້ວ່າ ບັນດາວິສາຫະກິດສະວິດໄດ້ໃຫ້ຄຳໝັ້ນສັນຍາຍາວນານຢູ່ຫວຽດນາມ. ຄວາມສົນໃຈກໍ່ຄືຄຳໝັ້ນສັນຍາຂອງວິສາຫະກິດສະວິດ ແລະຜູ້ຕາງໜ້າຂອງພາກເອກະຊົນທີ່ມີໜ້າໃນມື້ນີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດໄດ້ຮັບບຸລິມະສິດຈາກສະວິດ ໃນການຮ່ວມມືພັດທະນາເສດຖະກິດ. ວິກິດການໂຄວິດ-19 ໄດ້ໃຫ້ພວກເຮົາເຫັນວ່າ ຕ້ອງມີກອບນິຕິກຳເພື່ອຊຸກຍູ້ການພົວພັນເສດຖະກິດສອງຝ່າຍໃຫ້ໝັ້ນແກ່ນ. ພວກເຮົາໄດ້ລົງນາມໃນສັນຍາປົກປ້ອງການລົງທຶນ, ສັນຍາຍົກເວັ້ນການເສຍພາສີ 2 ຄັ້ງ ແລະຂໍ້ຕົກລົງວ່າດ້ວຍການປົກປ້ອງສິດຊັບສິນທາງປັນຍາ. ນັ້ນແມ່ນພື້ນຖານດ້ານນິຕິກຳສຳຄັນທີ່ເອື້ອອຳນວຍໃຫ້ວິສາຫະກິດສອງປະເທດດຳເນີນທຸລະກິດກໍ່ຄືເພິ່ມທະວີການພົວພັນລະຫວ່າງສອງພື້ນຖານເສດຖະກິດ...

leftcenterrightdel
ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ວິສາຫະກິດສະວິດລົງທຶນເຂົ້າຫວຽດນາມ, ຮ່ວມມືກັບວິສາຫະກິດ ຫວຽດນາມ ໃນບັນດາຂົງເຂດທີ່ວິສາຫະກິດສະວິດ ມີທ່າແຮງ ແລະຫວຽດນາມ ພວມໃຫ້ບຸລິມະສິດ, ຄື: ການເງິນ-ການທະນາຄານ, ວິທະຍາສາດເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຫັນເປັນດີຈີຕອນ.

ທ່ານ ຫງວຽນຊວນຟຸກ ກໍ່ແບ່ງປັນຫຼາຍຂໍ້ມູນກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດລົງທຶນເຂົ້າຫວຽດນາມ. ພິເສດແມ່ນໂອກາດທີ່ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າ 15 ສະບັບ, ໃນນັ້ນມີສັນຍາຂະໜາດໃຫຍ່, ມາດຕະຖານສູງເປັນຕົ້ນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ, ສັນຍາການຄ້າເສລີ ຫວຽດນາມ - ອີຢູ.

ໂດຍ: ທະນາພອນ