ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຈຸດເວລາຍັງບໍ່ເກີດພະຍາດໂຄວິດ-19, ວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 14,4% ແລະລະດັບເພີ່ມຂື້ນນີ້ແມ່ນຍ້ອນການນໍາເຂົ້າເພີ່ມຂຶ້ນ 54,8%, ສ່ວນການສົ່ງອອກແມ່ນຫຼຸດລົງ 11,4%.

leftcenterrightdel
 ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໃນລະຫວ່າງເດືອນມັງກອນ-ເດືອນກັນຍາ ປີ 2021, ປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ ລວມມີເຄື່ອງທີ່ເຮັດດ້ວຍເຫຼັກ ແລະເຫຼັກກ້າບັນລຸກວ່າ 57,6 ລ້ານໂດລາສະຫະລັດ; ເຄື່ອງຈັກ, ອຸປະກອນ, ເຄື່ອງມື ແລະເຄື່ອງອາໄຫຼ່ບັນລຸກວ່າ 39,6 ລ້ານໂດລາສະຫະລັດ... ປະເພດສິນຄ້າທີ່ຫວຽດນາມ ນໍາເຂົ້າຕົ້ນຕໍຈາກລາວ ໃນໄລຍະນີ້ແມ່ນຢາງພາລາ ບັນລຸກວ່າ 106,9 ລ້ານໂດລາສະຫະລັດ; ໄມ້ ແລະເຄື່ອງທີ່ເຮັດຈາກໄມ້ບັນລຸເກືອບ 71 ລ້ານໂດລາສະຫະລັດ...

ຫ້ອງການການຄ້າຫວຽດນາມ ປະຈໍາລາວ ໃຫ້ຮູ້ວ່າ ໃນເດືອນກັນຍາສືບຕໍ່ນຳເຂົ້າເກີນດຸນຢູ່ລະດັບ 21,57 ລ້ານໂດລາສະຫະລັດ. ສະນັ້ນ, ສະຫຼຸບ 9 ເດືອນຜ່ານມາ, ຫວຽດນາມ ນຳເຂົ້າເກີນດຸນຈາກລາວ ຢູ່ລະດັບ 52,4 ລ້ານໂດລາສະຫະລັດ. ຄາດຄະເນວ່າ ເດືອນຕຸລາ ປີ 2021, ວົງເງິນການຄ້າອາດຈະເພີ່ມຂຶ້ນ ແລະຈະເພີ່ມຢູ່ໃນການນໍາເຂົ້າຍ້ອນບັນດາແຂວງ, ນະຄອນຂອງລາວ ຍັງປະຕິບັດການລ໋ອກດາວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ຈາງຫງວຽນ