ກັບມາປະຕິບັດເປົ້າໝາຍທັງຕ້ານໂລກລະບາດ, ທັງຜະລິດໃຫ້ປອດໄພພວມວາງອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງຄວາມເປັນເຈົ້າການ, ໄຫວພິບຂອງວິສາຫະກິດ ແລະການໜູນຊ່ວຍທີ່ມີປະສິດທິຜົນຈາກທຸກຂັ້ນ,  ທຸກຂະແໜງການ ແລະທ້ອງຖິ່ນ.

ມານະພະຍາຍາມເພື່ອ “ວິສາຫະກິດຂຽວ”

ພາຍຫຼັງຫຼາຍເດືອນທີ່ຢຶດໝັ້ນຕໍ່ການປະຕິບັດການຜະລິດ “3 ຢູ່ກັບທີ່”, ແຕ່ຕົ້ນເດືອນຕຸລາ 2021, ບໍລິສັດຫຸ້ນສ່ວນທຸລະກິດສິນໃນນ້ໍາໄຊງ່ອນ (ເມືອງບິ່ງເຕິນ, ນະຄອນໂຮ່ຈີມິນ) ໄດ້ຫັນມາເຄື່ອນໄຫວຕາມຮູບການ “4 ຂຽວ” (ທ້ອງຖິ່ນຂຽວ, ຜູ້ອອກແຮງງານຂຽວ, ເສັ້ນທາງຂຽວ, ໂຮງງານຂຽວ). ຕາມທ່ານ ເຈືອງຕ໊ຽນຢູງ, ຜູ້ອຳນວຍການ ແລ້ວ, ຜູ້ອອກແຮງງານຂອງບໍລິສັດ 100% ໄດ້ສັກວັກຊິນກັນພະຍາດໂຄວິດ-19. ພ້ອມກັບການປະຕິບັດ “3 ຢູ່ກັບທີ່” ເປັນຢ່າງດີ ສະນັ້ນການຫັນປ່ຽນມາຮູບການ “4 ຂຽວ” ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຜະລິດ ແລະດໍາເນີນທຸລະກິດໃນສະພາບປົກກະຕິໃໝ່.

leftcenterrightdel
ຜະລິດປອດໄພ, ປ້ອງກັນ, ຕ້ານໂລກລະບາດຢູ່ບໍລິສັດຫຸ້ນສ່ວນທຸລະກິດສິນໃນນ້ຳ ໄຊງ່ອນ (ນະຄອນໂຮ່ຈີມິນ). ພາບ: ທຽນຈາງ.

ບັນດາວິສາຫະກິດຢູ່ເຂດເສດຖະກິດຈຸດສຸມພາກໃຕ້ ລ້ວນແຕ່ຖືວ່າ, ການປະຕິບັດທິດນຳ “3 ຢູ່ກັບທີ່” ເປັນຢ່າງດີແມ່ນພື້ນຖານສໍາຄັນເພື່ອໃຫ້ວິສາຫະກິດຟື້ນຟູ, ພັດທະນາເມື່ອຜ່ອນຜັນມາດຕະການເວັ້ນໄລຍະຫ່າງທາງສັງຄົມ. ພ້ອມກັບຄວາມມານະພະຍາຍາມກໍ່ສ້າງ “ວິສາຫະກິດຂຽວ”, ແຕ່ລະບໍລິສັດພວມຕັ້ງໜ້າຊອກຫາກາລະໂອກາດ, ປ່ຽນແປງໃໝ່ ຈິນຕະນາການດຳເນີນທຸລະກິດ, ປະຕິບັດການຫັນປ່ຽນດີຈີຕອນ.

ເພື່ອເຄື່ອນໄຫວໃນເງື່ອນໄຂປົກກະຕິໃໝ່, ວິທີການ “3 ຢູ່ກັບທີ່”... ທີ່ປະຊາຄົມວິສາຫະກິດພວມເອົາໃຈໃສ່ທີ່ສຸດ. ຈາກສະພາບຕົວຈິງຂອງບັນດາທ້ອງຖິ່ນ, ຄື: ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດ່ົງນາຍ, ລອງອານ... ໄດ້ຊີ້ໃຫ້ເຫັນວ່າ ເງື່ອນໄຂພື້ນຖານເພື່ອກັບມາເຄື່ອນໄຫວຄືນໃໝ່ແມ່ນຕ້ອງມີ “ວິສາຫະກິດຂຽວ”. ນອກຈາກນັ້ນ, ເພື່ອ “ວິສາຫະກິດຂຽວ” ບົດບາດຂອງທ້ອງຖິ່ນໃນການຮັກສາ ແລະເປີດກວ້າງ “ເຂດຂຽວ” ແມ່ນເງື່ອນໄຂສຳຄັນທີ່ສຸດ. ຍ້ອນວ່າ ບໍລິສັດ, ໂຮງຈັກໂຮງງານ ແລະຜູ້ອອກແຮງງານແມ່ນນອນຢູ່ໃນ “ເຂດຂຽວ”  ສະນັ້ນການປະຕິບັດ “ເສັ້ນທາງຂຽວ” ຈະມີຄວາມສະດວກກວ່າ.

ເພື່ອກະກຽມໃຫ້ໄລຍະໃໝ່, ຫຼາຍວິສາຫະກິດໄດ້ເປັນເຈົ້າການເພີ່ມທະວີກໍາລັງການແພດຢູ່ກັບທີ່, ກໍ່ສ້າງໜ່ວຍປອດໄພໂຄວິດ-19...ໃນຊຸມວັນຜ່ານມາ, ສຸກສາລາເຄື່ອນທີ່ຫຼາຍແຫ່ງໃນວິສາຫະກິດໄດ້ສ້າງຕັ້ງຂຶ້ນຢູ່ແຂວງບິ່ງເຢືອງ ໄດ້ເຮັດໃຫ້ຜູ້ອອກແຮງງານມີຄວາມອຸ່ນອ່ຽນໃຈ. ສ່ວນຢູ່ແຂວງລອງອານ, ຮອດທ້າຍເດືອນກັນຍາ 2021, ໄດ້ມີວິສາຫະກິດ 1.200 ແຫ່ງ ກັບມາເຄື່ອນໄຫວຜະລິດຄືນໃໝ່, ລວມມີບັນດາວິສາຫະກິດພວມເຄື່ອນໄຫວ “3 ຢູ່ກັບທີ່” ກ່ອນໜ້ານັ້ນ ແລະວິສາຫະກິດໃໝ່ໄດ້ປະເມີນຜົນວິທີຟື້ນຟູການຜະລິດ. ແຂວງ ພວມຕັ້ງໜ້າໜູນຊ່ວຍວິສາຫະກິດ, ໃຫ້ບູລິມະສິດພາຍຫຼັງຈັດຕັ້ງການຜະລິດ, ເພີ່ມທະວີການແນະນຳປະຕິບັດຕາມຄຳຮຽກຮ້ອງດ້ານການແພດຢູ່ກັບທີ່.

ຕ້ອງມີ “ການຊ່ວຍຊູກຳລັງ” ຢ່າງແທດຈິງ, ມີປະສິດທິຜົນ

ການເປັນເຈົ້າການ, ມີໄຫວພິບແມ່ນເງື່ອນໄຂທີ່ຈຳເປັນແຕ່ຍັງບໍ່ທັນ “ມີກຳລັງແຮງ” ພຽງພໍເພື່ອໃຫ້ວິສາຫະກິດສາມາດຟ້ືນຟູໄດ້ເປັນຢ່າງດີ. ພາຍຫຼັງປະຕິບັດການເວັ້ນໄລຍະຫ່າງທາງສັງຄົມ ແລະໂຈະການເຄື່ອນໄຫວຍ້ອນຄວາມຮຽກຮ້ອງປ້ອງກັນ, ຕ້ານໂລກລະບາດ ຫຼື ບໍ່ປະຕິບັດ “3 ຢູ່ກັບທີ່”, ຫຼາຍວິສາຫະກິດພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ກ່ຽວກັບທຶນຮອນ, ວັດຖຸດິບ, ຜູ້ອອກແຮງງານ...

ຜ່ານການກຳແໜ້ນຄວາມມຸ່ງມາດປາດຖະໜາຂອງຫຼາຍວິສາຫະກິດ, ບາງບັນຫາ ເຊິ່ງທ້ອງຖິ່ນຕ້ອງເອົາໃຈໃສ່ແກ້ໄຂຢ່າງວ່ອງໄວ, ທັນການ, ນັ້ນແມ່ນ: ໜູນຊ່ວຍຊ່ຽວຊານ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຮັບສະໝັກພະນັກງານໃນທ້ອງຖິ່ນ, ເອົາໃຈໃສ່ສັກຢາກັນພະຍາດໂຄວິດ-19 ໃຫ້ຜູ້ອອກແຮງງານຄົບ 2 ເຂັມ, ມີກົນໄກໜູນຊ່ວຍລາຍຈ່າຍກວດຫາເຊື້ອພະຍາດ... ບັນດາທ້ອງຖິ່ນກໍ່ຕ້ອງຜັນຂະຫຍາຍການເຄື່ອນໄຫວສົ່ງເສີມການຄ້າ, ຕ້ອງເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການ ແລະໜູນຊ່ວຍວິສາຫະກິດເຂົ້າຮ່ວມການຈຳໜ່າຍສິນຄ້າດ້ວຍຫຼາຍວິທີການ, ຄ້າຂາຍທາງອອນລາຍ. ສຳລັບທາງທະນາຄານ ຄວນຜັນຂະຫຍາຍບ້ວງເງິນໜູນຊ່ວຍວິສາຫະກິດທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ໄດ້ເຂົ້າເຖິງແຫຼ່ງທຶນ.

ຕາມທ່ານ ຫງວຽນວັນອູດ, ປະທານຄະນະກຳມະການປະຊາຊົນແຂວງລອງອານ ແລ້ວ, ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ຄະນະກຳມະການປະຊາຊົນແຂວງ ໄດ້ສ້າງຕັ້ງ 10 ຄະນະປະຕິບັດງານລົງເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ ເພື່ອກວດກາປະເມີນວິທີການເຄື່ອນໄຫວ ເຊິ່ງວິສາຫະກິດໄດ້ຈົດທະບຽນ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ວິສາຫະກິດໄດ້ເຄື່ອນໄຫວ. ແຂວງ ໄດ້ກໍ່ສ້າງແຜນການສັງລວມຟື້ນຟູເສດຖະກິດຕິດພັນກັບການປ້ອງກັນ, ຕ້ານໂລກລະບາດ. ໃນວິວັດການປະຕິບັດ, ແຂວງລອງອານ ກຳນົດວ່າ ຍາມໃດກໍ່ຕ້ອງຕິດພັນກັບການພັດທະນາລວມຂອງພາກພື້ນ ແລະນະຄອນໂຮ່ຈີມິນ.

ໂດຍ: ສົມເພັດ