ເລື່ອງເຊັນຂໍ້ຕົກລົງຈະປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງຂະແໜງໄມ້ຫວຽດນາມ, ເປັນພື້ນຖານໃຫ້ແກ່ການພັດທະນາປ່າໄມ້ແບບຍືນຍົງ, ຮັບໃຊ້ຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະວິສາຫະກິດສອງປະເທດ; ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ໃນການສ້າງ, ປະກາດໃຊ້ ແລະປະຕິບັດບັນດາຂໍ້ກໍານົດຂອງກົດໝາຍເພື່ອຮັບປະກັນຕົ້ນກໍາເນີດຂອງໄມ້ຖືກຕາມກົດໝາຍ, ສອດຄ່ອງກັບຂໍ້ກໍານົດທີ່ກ່ຽວຂ້ອງຂອງສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເປັນພາຄີ.

leftcenterrightdel
ທ່ານຮອງລັດຖະມົນຕີ ເລກ໊ວກແຢວງ ແລະຄະນະຜູ້ແທນກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ເຮັດວຽກກັບອົງການຜູ້ຕາງໜ້າການຄ້າ ອາເມລິກາ (USTR). ພາບ: chinhphu.vn

ຝ່າຍອາເມລິກາ ຕີລາຄາສູງຂໍ້ຕົກລົງນີ້ ເພາະວ່ານີ້ແມ່ນຂໍ້ຕົກລົງການຄ້າສະບັບທໍາອິດຂອງອາເມລິກາ ເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມແບບຍືນຍົງ ແລະເປັນແບບຢ່າງເພື່ອໃຫ້ອາເມລິກາ ຮ່ວມມືກັບບັນດາປະເທດຢູ່ພາກພື້ນອິນເດຍ-ປາຊີຟິກ ແລະໃນທົ່ວໂລກ.

ຂໍ້ຕົກລົງສະບັບນີ້ສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງລັດຖະບານຫວຽດນາມ ເພື່ອແນໃສ່ເພີ່ມທະວີການຄວບຄຸມຕົ້ນກໍາເນີດ ແລະລະບົບສະໜອງໄມ້, ເປີດກວ້າງຕະຫຼາດສົ່ງອອກ, ປັບປຸງລະບຽບການຄຸ້ມຄອງປ່າ, ແກ້ໄຂສະພາບການຂຸດຄົ້ນ ແລະການຄ້າໄມ້ຢ່າງຜິດກົດໝາຍ. ຂໍ້ຕົກລົງນີ້ຈະຊຸກຍູ້ການຈໍາໜ່າຍໄມ້ ແລະຜະລິດຕະພັນໄມ້ຂອງຫວຽດນາມຢູ່ຕະຫຼາດອາເມລິກາ, ສົ່ງເສີມການພັດທະນາການປູກປ່າເປັນວັດຖຸດິບພາຍໃນປະເທດ, ເພີ່ມລັກສະນະແກ່ງແຍ້ງໃຫ້ແກ່ວິສາຫະກິດສົ່ງອອກຂອງຫວຽດນາມ, ພ້ອມທັງສ້າງວຽກເຮັດງານທໍາຕື່ມອີກໃຫ້ແກ່ພື້ນຖານເສດຖະກິດ.

ໂດຍ: ກວຽດເຕິມ