ໂອ້ລົມສົນທະນາວິສາຫະກິດຢູ່ ຝະລັ່ງ ກ່ຽວກັບແງ່ຫວັງການຄ້າເສລີ ຫວຽດນາມ - ອີຢູ
ກປ.ອອນໄລ - ເກືອບ 50 ວິສາຫະກິດແຂວງ Sanone-et-Loire, ຝະລັ່ງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະອີຢູ (EVFTA) ໄດ້ຈັດຕັ້ງຫວ່າງແລ້ວນີ້ຢູ່ນະຄອນ Macon, ພາກກາງຂອງປະເທດຝະລັ່ງ. ເວທີປາໄສໂດຍຫ້ອງການການຄ້າ ແລະອຸດສາຫະກໍາ (CCI) ແຂວງ Sanone-et-Loire ສົມທົບກັບສະຖານທູດ ຫວຽດນາມ ປະຈໍາ ຝະລັ່ງ ຈັດຕັ້ງ.
    |
 |
ບັນດາວິສາຫະກິດຝະລັ່ງ ຊອກຮູ້ກ່ຽວກັບ EVFTA . ພາບ: vovworld.vn |
ກ່າວຄໍາເຫັນໄຂການໂອ້ລົມສົນທະນາ, ທ່ານ Michel Suchaut ປະທານ CCI ແຂວງ Sanone-et-Loire ຖືວ່າ ຫວຽດນາມ ແລະແຂວງ Sanone-et-Loire ແບ່ງປັນທ່າແຮງທີ່ຄ້າຍຄືກັນກ່ຽວກັບພູມີປະເທດ. ຕາມທ່ານແລ້ວ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ ແລະຊັ້ນກາງກວມເອົາ 50% ພົນລະເມືອງຫວຽດນາມ ໃນປີ 2035, ຄວາມຕ້ອງການກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ພະລັງງານກໍ່ຄືການໃຊ້ຈ່າຍຂອງຫວຽດນາມ ແມ່ນຫຼາຍທີ່ສຸດ, ເຮັດໃຫ້ຫວຽດນາມ ກາຍເປັນດິນແດນແຫ່ງກາລະໂອກາດ, ຄູ່ຮ່ວມມືສຳລັບບັນດາວິສາຫະກິດຝະລັ່ງ.
ທີ່ເວທີປາໄສ, ບັນດາຜູ້ຕາງໜ້ານັກລົງທຶນ ແລະການຄ້າຂອງສະຖານທູດຫວຽດນາມ ປະຈໍາ ຝະລັ່ງ, ຜູ້ຕາງໜ້າຫ້ອງການການຄ້າ ແລະອຸດສາຫະກໍາ ຝະລັ່ງ ປະຈໍາ ຫວຽດນາມ ພ້ອມດ້ວຍນັກຊ່ຽວຊານຮ່ວມມືສາກົນ ແລະພາສີຂອງຝະລັ່ງ ໄດ້ສະໜອງຂໍ້ມູນຫຼ້າສຸດກ່ຽວກັບສະພາບການພັດທະນາເສດຖະກິດຂອງຫວຽດນາມ, ການປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ, ກໍ່ຄືບັນດາຂົງເຂດບູລິມະສິດໃນຍຸດທະສາດລົງທຶນ ແລະການຄ້າຂອງຫວຽດນາມ.
ໂດຍ: ກວຽດເຕິມ