ທີ່ວາລະເຊື່ອມຕໍ່, ບັນດາອົງການຈັດຕັ້ງ, ວິສາຫະກິດທີ່ມາຈາກໂຮນລັງ ແນະນໍາ ແລະຊອກຫາກາລະໂອກາດຮ່ວມມື, ພົວພັນແລກປ່ຽນດ້ານການຄ້າກັບວິສາຫະກິດຫວຽດນາມ ໃນຂົງເຂດຕ່າງໆ, ຄື: ກະສິກໍາ, ພະລັງງານ...

leftcenterrightdel
ພະແນກວິທະຍາສາດ ແລະເຕັກໂນໂລຢີຫາຍຝ່ອງ ຈັດຕັ້ງການເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການດ້ານເຕັກໂນໂລຢີກັບວິສາຫະກິດໂຮນລັງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະເຊື່ອມຕໍ່, ທ່ານ Guido van Rooy, ຜູ້ອໍານວຍການບໍລິຫານສະມາຄົມວິສາຫະກິດຫວຽດນາມ-ໂຮນລັງ ຖືວ່າ ວາລະເຊື່ອມຕໍ່ຈະສ້າງກາລະໂອກາດໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດຂອງສອງປະເທດພົບປະທາງໄກເພື່ອກໍາແໜ້ນຄວາມຕ້ອງການ, ແລກປ່ຽນຂໍ້ມູນຂ່າວສານ, ຊອກຮູ້ເຕັກໂນໂລຢີ ແລະຄວາມຕ້ອງການສັ່ງສິນຄ້າຂອງຄູ່ຮ່ວມມືມຸ່ງໄປເຖິງການເຈລະຈາການເຊັນສັນຍາຊື້ຂາຍເຕັກໂນໂລຢີ. ກິດຈະກໍານີ້ຈະຊ່ວຍໃຫ້ວິສາຫະກິດສອງຝ່າຍຊຸກຍູ້ການເຄື່ອນໄຫວຖ່າຍຖອດ ແລະເປັນເຈົ້າຂອງເຕັກໂນໂລຢີ.

ກ່າວຄໍາເຫັນທີ່ການເຊື່ອມຕໍ່ທາງໄກ, ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດໂຮນລັງ ປະຈໍາ ຫວຽດນາມ ເນັ້ນໜັກເຖິງຈຸດຄ້າຍຄືກັນລະຫວ່າງຫາຍຝ່ອງ ແລະໂຮນລັງ, ພິເສດແມ່ນໃນຂົງເຂດທ່າກໍາປັ່ນ. ຕາມທ່ານນາງ Elsbeth Akkerman ແລ້ວ ສິນຄ້າຫວຽດນາມ ຢາກເຂົ້າຕະຫຼາດເອີລົບແມ່ນຕ້ອງຜ່ານສິ່ງທ້າທາຍຫຼາຍຢ່າງກ່ຽວກັບມາດຕະຖານດ້ານສິ່ງແວດລ້ອມ, ແຮງງານ, ແຫຼ່ງຕົ້ນກໍາເນີດ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກ່ຽວກັບຄຸນນະພາບ, ຮູບແບບ, ລະດັບຄວາມປອດໄພຢູ່ຕະຫຼາດນີ້. ບັນດາວິສາຫະກິດໂຮນລັງ ຍາມໃດກໍ່ໜູນຊ່ວຍວິສາຫະກິດຫວຽດນາມ ມາດຕະການຕ່າງໆກ່ຽວກັບເຕັກໂນໂລຢີ.

ໂດຍ: ດັ້ງເກື່ອງ