leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ. 

ວັນທີ 28 ສິງຫາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ), ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ສະຫະພັນບັນດານັກຜະລິດສິງກະໂປ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາທາງໄກ ເພື່ອຊອກຮູ້ບັນດາສັນຍາການຄ້າເສລີ (FTA) ເພື່ອແຊກຊຶມເຂົ້າຕະຫຼາດສະຫະພາບເອີລົບ(EU) ແລະ ລາຊະອານາຈັກ ອັງກິດ ຢ່າງມີປະສິດທິຜົນ. ກອງປະຊຸມສຳມະນາ ແມ່ນການເຄື່ອນໄຫວຂອງກອງປະຊຸມທາງໄກແລກປ່ຽນຄ້າຂາຍຜະລິດຕະພັນ Halal ແລະ ບັນດາຜະລິດຕະພັນປຸງແຕ່ງ ຫວຽດນາມ - ສິງກະໂປ 2021 ຂຶ້ນກັບໂຄງການລະດັບຊາດກ່ຽວກັບການສົ່ງເສີມການຄ້າ 2021.

ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະການຄ້າ) ໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປ ແມ່ນສອງປະເທດອາຊຽນ ມີການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ລົງນາມສັນຍາ FTA 15 ສະບັບ, ໃນນັ້ນມີ 9 ສະບັບມີການເຂົ້າຮ່ວມຂອງທັງສອງປະເທດ ຫວຽດນາມ ແລະ ສິງກະໂປ ລວມມີ FTA ກັບ EU ແລະ ລາຊະອານາຈັກ ອັງກິດ.

ແຫຼ່ງຄັດຈາກ: vovworld.vn