ລັດຖະບານ ອົດສະຕາລີ ຫາກໍ່ສະໜອງບ້ວງເງິນອຸປະຖຳໃຫ້ກຸ່ມນັກຮຽນຮູ້ຫວຽດນາມ ຢູ່ ມະຫາວິທະຍາໄລເຕັກໂນໂລຊີ Sydney (UTS) ເພື່ອປະຕິບັດໂຄງການເຊື່ອມຕໍ່ບັນດາກາລະໂອກາດປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ຂອງອົດສະຕາລີ ແລະ ຫວຽດນາມ. ບ້ວງເງິນລວມມູນຄ່າ 200.000 AUD ຊຶ່ງສະໜອງໃນຂອບເຂດໂຄງການທົດລອງເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ ອົດສະຕາລີ ແລະຫວຽດນາມ (AVEG) ຂອງກະຊວງການຕ່າງປະເທດ ແລະການຄ້າອົດສະຕາລີ ເພື່ອແນໃສ່ເພີ່ມທະວີດ້ານການຄ້າການລົງທຶນລະຫວ່າງສອງປະເທດ.

ແຫຼ່ງຄັດຈາກ: vovworld.vn