ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ແລະ Luxembourg ທັງເປັນຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອີຢູ ໄດ້ຕີລາຄາວ່າ: ເຖິງວ່າ ຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ - ອີຢູ ໃນໄລຍະ 5 ເດືອນທ້າຍປີ 2020 ຍັງມີການເຕີບໂຕຢູ່ໃນລະດັບ 4,5%. ເຖິງວ່າຕົວເລກດັ່ງກ່າວຍັງຕ່ຳກໍ່ຕາມແຕ່ຖ້າປຽບທຽບໃນສະພາບຂອງປີ 2020, ເມື່ອຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ອີຢູ ຫຼຸດລົງ 6,2% ນັ້ນ ພັດແມ່ນໝາກຜົນທີ່ເປັນໜ້າຊື່ນຊົມ. ຍິ່ງໄປກວ່ານັ້ນ, ໃນໄຕມາດທີ 1 ປີ 2021, ລະດັບການເຕີບໂຕເສດຖະກິດ ອີຢູ ຫຼຸດລົງ 0,4%, ແຕ່ວົງເງິນການຄ້າສອງສົ້ນຍັງເພີ່ມຂຶ້ນ 15%. ສິ່ງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນຄຸນປະໂຫຍດຢ່າງແຮງຂອງສັນຍາ EVFTA.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ແລ້ວ, ຄວາມສາມາດບົ່ມຊ້ອນລະຫວ່າງຫວຽດນາມ ແລະອີຢູ ຍັງໃຫຍ່ຫຼວງຢູ່. ບັນດາປະເທດ ອີຢູ ມີຄວາມຕ້ອງການນຳເຂົ້າຜະລິດຕະພັນກະເສດ-ປ່າໄມ້-ສິນໃນນ້ຳ-ສິນທະເລ ຈາກນອກກຸ່ມຢູ່ໃນລະດັບກວ່າ 150 ຕື້ໂດລາສະຫະລັດຕໍ່ປີ, ໃນຂະນະນັ້ນ, ວົງເງິນສົ່ງອອກຜະລິດຕະພັນດັ່ງກ່າວຂອງຫວຽດນາມ ໄປຍັງ ອີຢູ ຫາກໍ່ຢູ່ໃນລະດັບປະມານ 5 ຕື້ໂດລາສະຫະລັດ. ພ້ອມກັນນັ້ນແມ່ນບຸລິມະສິດຈາກ EVFTA ດ້ວຍອັດຕາພາສີ 0% ພ້ອມກັບເງື່ອນໄຂການຄ້າທີ່ມີຄວາມກົມກຽວຈະຊ່ວຍໃຫ້ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ເພີ່ມຂຶ້ນຫຼາຍກວ່າອີກ.

ໂດຍ: ທະນາພອນ