ຕາມນັ້ນແລ້ວ, ບົນພື້ນຖານການແກ້ໄຂທີ່ສົມເຫດສົມຜົນ, ຕອບສະໜອງເປົ້າໝາຍຂອງການສືບສວນດັ່ງທີ່ໄດ້ກ່າວມາໃນຂໍ້ຕົກລົງທີ່ບັນລຸໃນວັນທີ 19 ກໍລະກົດ 2021 ລະຫວ່າງກະຊວງການເງິນອາເມລິກາ ແລະທະນາຄານແຫ່ງລັດຫວຽດນາມ, USTR ຈະບໍ່ອອກມາດຕະການຈໍາກັດການຄ້າສໍາລັບສິນຄ້າສົ່ງອອກຂອງຫວຽດນາມ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຊົມເຊີຍ ແລະຕີລາຄາສູງຕໍ່ການຕັດສິນໃຈຂອງ USTR. ນີ້ແມ່ນການຕັດສິນໃຈທີ່ມີຄວາມໝາຍຕັ້ງໜ້າເປັນພິເສດຕໍ່ການພົວພັນດ້ານເສດຖະກິດ-ການຄ້າສອງຝ່າຍ, ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແລະການລົງທຶນຢູ່ຫວຽດນາມ ແລະການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ... ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ເປັນເຈົ້າການຮ່ວມມືກັບບັນດາຄູ່ຮ່ວມມືອາເມລິກາ ເພື່ອແກ້ໄຂຄວາມສົນໃຈຂອງອາເມລິກາ ແລະຫວຽດນາມ ຢ່າງຮອບດ້ານ, ຜ່ານນັ້ນຮັກສາການພົວພັນດ້ານການຄ້າໃຫ້ໝັ້ນຄົງ, ມຸ່ງໄປເຖິງການດຸ່ນດ່ຽງການຄ້າໃຫ້ມີຄວາມກົມກຽວ, ຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໂດຍ: ທະນາພອນ