ວາລະປະຊຸມໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະທ່ານ Valdis Dombrovskis ຮອງປະທານຄະນະກໍາມະການເອີລົບ ທັງເປັນຂ້າຫຼວງໃຫຍ່ການຄ້າສະຫະພາບເອີລົບ.

leftcenterrightdel
ສັນຍາ EVFTA (European-Vietnam Free Trade Agreement). ພາບ: vinanet.vn.

ສັນຍາ EVFTA ມີຜົນສັກສິດຢ່າງເປັນທາງການ ແຕ່ວັນທີ 1 ສິງຫາ ປີ 2020. ຜ່ານການປະຕິບັດສັນຍາເປັນເວລາເກືອບ 1 ປີ, ການແລກປ່ຽນການຄ້າສອງຝ່າຍລະຫວ່າງສອງຝ່າຍໄດ້ມີການເຕີບໂຕຕັ້ງໜ້າ. ຕາມນັ້ນແລ້ວ, ວົງເງິນສົ່ງອອກ-ນໍາເຂົ້າລະຫວ່າງຫວຽດນາມ ແລະສະຫະພາບເອີລົບ ໃນ 6 ເດືອນຕົ້ນປີ 2021 ບັນລຸ 27,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ທ່ານ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ:  “ໃນ 5 ເດືອນຕົ້ນປິ, ວົງເງິນສົ່ງອອກຈາກຫວຽດນາມ ໄປຍັງ ອີຢູ ມີລະດັບເຕີບໂຕປະມານ 20%, ການນໍາເຂົ້າຈາກ ອີຢູ ບັນລຸປະມານ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ດ້ວຍບັນດາໝາກຜົນຕັ້ງໜ້ານັ້ນ, ຂ້າພະເຈົ້າຫວັງວ່າໃນໄລຍະຈະມາເຖິງ, ສັນຍາ EVFTA ສືບຕໍ່ເປັນພື້ນຖານເພື່ອໃຫ້ການພົວພັນດ້ານການຄ້າສອງຝ່າຍພັດທະນາກວ່າອີກ, ແກ້ໄຂການກະທົບທີ່ຫຍໍ້ທໍ້ຈາກພະຍາດໂຄວິດ-19 ກໍ່ຄືນໍາສິນຄ້າ, ການບໍລິການ ແລະມະນຸດຂອງສອງຝ່າຍເຂົ້າໃກ້ກັນກວ່າອີກ”.

ໂດຍ: ເຈິ່ນຮວ່ຽນ