ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອຢິບ ໄດ້ແນະນໍາຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຂະແໜງທ່ອງທ່ຽວຫວຽດນາມ, ສະຖານທີ່ທີ່ມີຊື່ສຽງ, ດຶງດູດນັກທ່ອງທ່ຽວສາກົນ, ຄື: ອ່າວຮະລອງ, ທະເລຍາຈາງ... ທ່ານເອກອັກຄະລັດຖະທູດ ຖືວ່າ ຫວຽດນາມ ແລະເອຢິບ ຍັງມີຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ. ພິເສດ, ແຂວງທະເລແດງແມ່ນແຂວງທ່ອງທ່ຽວສໍາຄັນຂອງເອຢິບ, ດຶງດູດນັກທ່ອງທ່ຽວສາກົນ ແລະປະກອບສ່ວນສ້າງລາຍຮັບໃຫ້ຂະແໜງທ່ອງທ່ຽວຂອງປະເທດເອຢິບ ໃນແຕ່ລະປີ. ຄຽງຂ້າງນັ້ນ, ແຂວງທະເລແດງກໍ່ມີທ່າແຮງກ່ຽວກັບການພັດທະນາເສດຖະກິດທະເລ ແລະການທ່ອງທ່ຽວແມ່ນຂົງເຂດເຊິ່ງວິສາຫະກິດແຂວງທະເລແດງສາມາດຍູ້ແຮງການຮ່ວມມືກັບຄູ່ຮ່ວມມືຫວຽດນາມ.

leftcenterrightdel
ອ່າວຮະລອງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ເວທີປາໄສ, ທ່ານ ຫງວຽນຢຸຍຮືງ ຫົວໜ້າຫ້ອງການການຄ້າ-ສະຖານທູດຫວຽດນາມ ປະຈໍາ ເອຢິບ ໄດ້ແນະນໍາຂະແໜງສິນຄ້າທີ່ມີທ່າແຮງຂອງຫວຽດນາມ, ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງວິສາຫະກິດສອງປະເທດ, ກໍ່ຄືການສະໜອງຂໍ້ມູນຂ່າວສານກ່ຽວກັບວິສາຫະກິດຫວຽດນາມ ໃຫ້ປະຊາຄົມວິສາຫະກິດເອຢິບ.

ໂດຍ: ເຈິ່ນຮວ່ຽນ