ສູນດັ່ງກ່າວຕີລາຄາສູງຕໍ່ລະດັບເຕີບໂຕເສດຖະກິດຂອງຫວຽດນາມ, ເຊື່ອໝັ້ນວ່າປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ອາດຈະເປັນບ່ອນນັດພົບ, ເປັນຕະຫຼາດທີ່ດີໃຫ້ບັນດາບໍລິສັດເຕັກໂນໂລຢີຂອງ ອີຣານ. ໃນຂະນະນັ້ນ, ບັນດາບໍລິສັດເຕັກໂນໂລຢີຂອງ ອີຣານ ໃນຂົງເຂດອຸປະກອນການແພດ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະພູມປັນຍາທຽມກໍ່ຢາກຮ່ວມມື ແລະລົງທຶນເຂົ້າຫວຽດນາມ.

leftcenterrightdel
ບໍລິສັດເຕັກໂນໂລຢີອີຣານ ຫຼາຍແຫ່ງຢາກຮ່ວມມືກັບຫວຽດນາມ. ພາບ: IRNA.

ຕາມການຕີລາຄາຂອງບັນດາວິສາຫະກິດ, ໃນຈໍານວນພື້ນຖານເສດຖະກິດອາຊີທີ່ຂະຫຍັນຂັນເຄື່ອນ, ຫວຽດນາມ ມີພື້ນຖານເສດຖະກິດພວມພັດທະນາດ້ວຍຄວາມສາມາດບົ່ມຊ້ອນສູງ. ລະດັບເຕີບໂຕເສດຖະກິດຢູ່ໃນໄລຍະຍາວ, ຈຳນວນປະຊາກອນສູງ, ການເມືອງທີ່ມີຄວາມໝັ້ນຄົງ ແລະກໍາລັງບຸກຄະລາກອນໜຸ່ມແມ່ນປັດໄຈສໍາຄັນທີ່ສຸດເພື່ອໃຫ້ບໍລິສັດອີຣານ ຊອກຫາກາລະໂອກາດຮ່ວມມື ແລະລົງທຶນເຂົ້າຫວຽດນາມ.

ຝ່າຍອີຣານ ເຊື່ອໝັ້ນວ່າ ການຮ່ວມມື ແລະລົງທຶນເຂົ້າຫວຽດນາມ ຈະເຊື່ອມຕໍ່ກັບພາກພື້ນການຄ້າເສລີອາຊຽນ, ເປີດກວ້າງຕະຫຼາດໃຫ້ບັນດາບໍລິສັດອີຣານ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເຈິ່ນຮວ່ຽນ