leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: vov.vn.

ຫວຽດນາມ ​ແລະສະຫະພາບ​ ເອີຣົບ (ອີ​ຢູ) ມີ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ 18 ຕື້​ກວ່າ​ໂດ​ລາສະຫະລັດ ​ເພີ່ມ​ຂຶ້ນ​ກວ່າ 20%​ ​ໃນ​ໄລຍະ 4 ​ເດືອນ​ປີ​ນີ້ເມື່ອ​ທຽບ​ໃສ່​ປີກາຍ. ຂະນະ​ທີ່ ອີຢູ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະພະລັງງານ.

ນອກຈາກ​ນີ້, ທັງສອງຝ່າຍຍັງໄດ້ແລກປ່ຽນຢ່າງຕັ້ງໜ້າກ່ຽວກັບຫຼາຍບັນຫາ ແລະທິດທາງເພີ່ມທະວີການຮ່ວມມືຮອບດ້ານ ກໍຄືການປະຕິບັດສັນຍາການ​ຄ້າ​ເສລີ EVFTA ຢ່າງມີປະສິດທິຜົນໃນໄລຍະ​ໃໝ່ເພື່ອຮັບປະກັນປະສິດທິຜົນຢ່າງແທດຈິງໃຫ້ແກ່ປະຊາຄົມວິສາຫະກິດ ພາຍຫລັງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ​ແລະທ່ານ ອາລີ​ບາ​ຕີ (Aliberti) ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າອີ​ຢູ ປະຈຳ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ຮ່ວມ​ມືສອງ​ຝ່າຍໃນ​ຕໍ່ໜ້າ​ຢ່າງ​ເຂັ້ມ​ແຂງ​ໃນ​ວັນ​ທີ 11 ​ມິຖຸນາ 2021.

ເນື້ອໃນ: ຂປລ