ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຮສຈ.ປອ ຫງວຽນຫວຽດຖາວ, ປະທານສະມາຄົມມິດຕະພາບຫວຽດນາມ-ເວເນຊູເອລາ, ອະດີດຮອງອະທິການບໍດີສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃຫ້ຮູ້ວ່າ, ໃນໄລຍະ 2016-2020, ມີວິສາຫະກິດເອກະຊົນກວ່າ 1,4 ລ້ານແຫ່ງໄດ້ຮັບການສ້າງຕັ້ງຢູ່ຫວຽດນາມ ແລະພາກສ່ວນເສດຖະກິດເອກະຊົນ. ເພື່ອພັດທະນາເສດຖະກິດເອກະຊົນໃນສະພາບການໃໝ່, ກອງປະຊຸມຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ໄດ້ອອກມະຕິເລກທີ 10-NQ/TW ລົງວັນທີ 3 ມິຖຸນາ 2017 ກ່ຽວກັບການພັດທະນາເສດຖະກິດເອກະຊົນໃຫ້ກາຍເປັນກໍາລັງໜູນສໍາຄັນຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍຍົກອັດຕາການປະກອບສ່ວນຂອງພາກສ່ວນເສດຖະກິດເອກະຊົນຂຶ້ນ 55% ຂອງ GDP ໃນປີ 2025 ແລະ 60% ໃນປີ 2030.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທ່ານ ຮສຈ.ປອ ຫງວຽນຫວຽດຖາວ ເນັ້ນໜັກວ່າ, ດ້ວຍນະໂຍບາຍຕັດສິນທີ່ຖືກຕ້ອງຂອງພັກ ແລະລັດ, ພາຍຫຼັງ 35 ປີແຫ່ງການປະຕິບັດການປ່ຽນແປງໃໝ່, ຫວຽດນາມ ໄດ້ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເກືອບ 400 ຕື້ໂດລາສະຫະລັດຈາກ 130 ປະເທດ ແລະເຂດແຄ້ວນ, ຈັດແບ່ງໃຫ້ກວ່າ 30.000 ໂຄງການ .

ທ່ານ ຫງວຽນຫວຽດຖາວ ຢືນຢັນວ່າມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ສືບຕໍ່ກຳນົດເສດຖະກິດພາກລັດແມ່ນສວມບົດບາດຫຼັກແຫຼ່ງ, ເສດຖະກິດພາກລັດພ້ອມກັບເສດຖະກິດລວມໝູ່ນັບມື້ນັບກາຍເປັນພື້ນຖານໝັ້ນແກ່ນຂອງພື້ນຖານເສດຖະກິດແຫ່ງຊາດ; ເສດຖະກິດເອກະຊົນໄດ້ກາຍເປັນໜຶ່ງໃນບັນດາກຳລັງໜູນສຳຄັນຂອງການພັດທະນາພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ. ທ່ານ ຫງວຽນຫວຽດຖາວ ກໍ່ຫວັງວ່າເວເນຊູເອລາ ສາມາດຮຽນຮູ້ ແລະເສີມຂະຫຍາຍບັນດາບົດຮຽນສຳເລັດຜົນຂອງຫວຽດນາມ ໃນວິວັດການຫັນປ່ຽນເສດຖະກິດໃນປະຈຸບັນ.

ໂດຍ: ທະນາພອນ