ທີ່ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຟານຈີ໊ແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ເນື່ອງໃນໂອກາດເລີ່ມຕົ້ນການປະຕິບັດໜ້າທີ່ການທູດ, ທ່ານ Jurin Laksanawisit ປາດຖະໜາຢາກຊຸກຍູ້ການພົວພັນໃກ້ຊິດ ແລະແໜ້ນແຟ້ນກັບຫວຽດນາມ ເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດກວ່າອີກ. ພ້ອມທັງສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນຫາດ້ານເຕັກນິກໃນການສົ່ງອອກ, ນໍາເຂົ້າລະຫວ່າງສອງປະເທດແນໃສ່ສູ້ຊົນນໍາວົງເງິນການຄ້າສອງຝ່າຍໃຫ້ບັນລຸ 25 ຕື້ໂດລາສະຫະລັດໃນປີ 2025 ຄືດັ່ງການນໍາຂັ້ນສູງສອງປະເທດໄດ້ວາງອອກ; ເຫັນດີເປັນເອກະພາບຊຸກຍູ້ການຈັດຕັ້ງຄະນະກໍາມະການປະສົມດ້ານການຄ້າຫວຽດນາມ-ໄທ ໂດຍລັດຖະມົນຕີກະຊວງການຄ້າສອງປະເທດເປັນປະທານຮ່ວມໂດຍໄວ. ເນື່ອງໃນໂອກາດນີ້, ທ່ານ Jurin Laksanawisit ກໍ່ຊົມເຊີຍທ່ານ ຟານຈີ໊ແທັ່ງ ຮັບໜ້າທີ່ການທູດຢູ່ໄທ ແລະສະແດງຄວາມເຊື່ອໝັ້ນວ່າ ທ່ານ ຟານຈີ໊ແທັ່ງ ຈະປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ-ໄທ ໃນທຸກຂົງເຂດກວ່າອີກ.

leftcenterrightdel
ທ່ານ Jurin Laksanawisit ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າໄທ ຕ້ອນຮັບທ່ານ ຟານຈີ໊ແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຟານຈີ໊ແທັ່ງ ຢັ້ງຢືນຈະສົມທົບກັບອົງການຕ່າງໆຂອງໄທ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ ໃຫ້ເຂົ້າສູ່ລວງເລິກ. ພ້ອມທັງເນັ້ນໜັກວ່າ ການພົວພັນສອງປະເທດພວມພັດທະນາອັນດີງາມໃນທຸກຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ທ່ານ ຟານຈີ໊ແທັ່ງ ຢັ້ງຢືນວ່າ ສະຖານທູດຫວຽດນາມ ປະຈໍາ ໄທ ຍາມໃດກໍ່ເອົາໃຈໃສ່ ແລະຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງສອງຝ່າຍເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ນັກລົງທຶນໄທ ເຂົ້າທໍາມາຫາກິນ, ດຳເນີນທຸລະກິດຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ