ກ່າວຄໍາເຫັນທີ່ການປະຊຸມ, ທ່ານ ເລວ໊ຽດຢວຽນ ຢັ້ງຢືນວ່າ ຜ່ານໄລຍະ 26 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະບາກບາໂດສ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມທັງເນັ້ນໜັກວ່າ ລັດຖະບານ, ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືສອງຝ່າຍກັບບາກບາໂດສ, ພິເສດແມ່ນໃນຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ, ຄື: ການລົງທຶນ, ການຄ້າ, ການສຶກສາ, ເຕັກໂນໂລຢີ ແລະໂທລະຄົມມະນາຄົມ.

leftcenterrightdel
ທ່ານ ເລວ໊ຽດຢວຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ທັງເປັນເອກອັກຄະລັດຖະທູດຫວຽດນາມ ປະຈໍາ ບາກບາໂດສ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ Simone Rudder ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ, ຄື: ກະສິກໍາ, ການລົງທຶນ, ການຄ້າ, ການສຶກສາກໍ່ສ້າງ, ພິເສດແມ່ນການແລກປ່ຽນບົດຮຽນກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳ ແລະການຄຸ້ມຄອງແຫຼ່ງຊັບພະຍາກອນທະເລ ແນໃສ່ຂຸດຄົ້ນຢ່າງມີປະສິດທິຜົນ ແລະພັດທະນາແບບຍືນຍົງ, ພ້ອມກັນນັ້ນ, ຫວຽດນາມ ກໍ່ແມ່ນປະຕູທີ່ສໍາຄັນໃນການສຳຜັດກັບຕະຫຼາດອາຊຽນດ້ວຍພົນລະເມືອງກວ່າ 650 ລ້ານຄົນ. ທ່ານນາງ Simone Rudder ຢັ້ງຢືນວ່າ ກະຊວງການຕ່າງປະເທດ ແລະການຄ້າຕ່າງປະເທດ ຈະສົ່ງຮ່າງສັນຍາແມ່ສະບັບຕ່າງໆກ່ຽວກັບການຮ່ວມມືການຄ້າ, ການລົງທຶນ, ຫຼີກລ່ຽງການເກັບພາສີຊ້ອນໃຫ້ກະຊວງການຕ່າງປະເທດ ແລະກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແນໃສ່ເພີ່ມທະວີ, ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະໄວທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ