leftcenterrightdel
ບັນຍາກາດທີ່ກອງປະຊຸມທາງອອນລາຍຢູ່ແຂວງບີ່ງເຢືອງ. ພາບ: qdnd.vn.

ທີ່ກອງປະຊຸມ, ຜູ້ຕາງໜ້າ Becamex IDC ໄດ້ແນະນໍາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງແຂວງບີ່ງເຢືອງ ແລະໂຄງການໂດຍ Becamex IDC ກໍາລັງພັດທະນາເພື່ອຕອບສະໜອງຄວາມຕ້ອງການລົງທຶນຂອງບັນດາວິສາຫະກິດ. ພິເສດ, ແມ່ນກຳລັງກໍານົດທິດກໍ່ສ້າງນະຄອນອັດສະລິຍະບີ່ງເຢືອງ ໃນໄລຍະຈະມາເຖິງ, ຄວາມຄືບໜ້າໃນການສ້າງເຂດອຸດສາຫະກໍາວິທະຍາສາດເຕັກໂນໂລຢີ, ສູນການຄ້າໂລກນະຄອນແຫ່ງໃໝ່ບີ່ງເຢືອງ... ພ້ອມກັນນັ້ນ, ທາງແຂວງ ກໍ່ສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງເຂດ, ລະບົບ logictics, ບໍາລຸງສ້າງແຫຼ່ງແຮງງານທີ່ມີຄຸນນະພາບສູງພ້ອມກັບນະໂຍບາຍການໃຫ້ບູລິມະສິດແກ່ການລົງທຶນຂອງຫວຽດນາມ. ນີ້ແມ່ນກໍາລັງໜູນຊຸກຍູ້ແຂວງບີ່ງເຢືອງ ດຶງດູດນັກລົງທຶນຕ່າງປະເທດເຂົ້າເຂດ, ສ້າງບາດກ້າວພັດທະນາກະໂດດຂັ້ນໃນການດຶງດູດການລົງທຶນແບບຍາວນານ.

leftcenterrightdel
ພິທີລົງນາມລະຫວ່າງບັນດາຫົວໜ່ວຍຜ່ານລະບົບທາງໄກ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ມາຍຮຸ່ງຢຸງ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງບີ່ງເຢືອງ ໃຫ້ຮູ້ວ່າ: “ໃນປີ 2021 ແລະຊຸມປີຕໍ່ໜ້າ, ແຂວງບີ່ງເຢືອງ  ແລະ Becamex IDC ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມືຢ່າງຕັ້ງໜ້າຈາກອໍານາດການປົກຄອງຈາກເຂດ:  Emilia-Romagna, Veneto ແລະຫົວໜ່ວຍຄູ່ຮ່ວມມືຈາກອີຕາລີ, ປະກອບສ່ວນຍົກສູງການຮ່ວມມືສອງຝ່າຍ, ເປີດກວ້າງການຮ່ວມມືຫຼາຍຝ່າຍ. ຈາກນັ້ນ, ສ້າງບາດກ້າວບຸກທະລຸໃນວິວັດແຫ່ງການເຊື່ອມໂຍງເຂົ້າກັບສາກົນໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ. ຍາມໃດທາງແຂວງກໍ່ພ້ອມແລ້ວທີ່ຈະຕ້ອນຮັບນັກລົງທຶນອີຕາລີ ມາຊອກຮູ້ກາລະໂອກາດ ແລະລົງທຶນເຂົ້າຫວຽດນາມ ເວົ້າລວມ ແລະແຂວງບີ່ງເຢືອງ ເວົ້າສະເພະ”.

ທີ່ກອງປະຊຸມ, ໄດ້ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈໍາຜ່ານລະບົບທາງໄກລະຫວ່າງ Becamex IDC ກັບສະຫະພັນຫ້ອງການການຄ້າ ແລະອຸດສາຫະກໍາເຂດ Emilia-Romagna, ເຂດ Veneto, ຫ້ອງການການຄ້າອີຕາລີ-ຫວຽດນາມ ຢູ່ Torino, ອີຕາລີ.

ໂດຍ: ດັ້ງເກື່ອງ