ໃນການສົນທະນາທາງໂທລະສັບ, ທ່ານ Yasutoshi Nishimura ສະເໜີຫວຽດນາມ ສະໜັບສະໜູນການຈັດຕັ້ງວາລະປະຊຸມສະພາຂັ້ນລັດຖະມົນຕີສັນຍາ CPTPP ຄັ້ງທີ 4 ເຊິ່ງຄາດຄະເນວ່າຈະດໍາເນີນໃນຕົ້ນເດືອນມິຖຸນາ 2021 ເພື່ອພິຈາລະນາເລີ່ມວິວັດການເຈລະຈາເຂົ້າຮ່ວມສັນຍາຂອງລາຊະອານາຈັກອັງກິດ ພາຍຫຼັງປະເທດນີ້ສົ່ງໃບຄໍາຮ້ອງເພື່ອຢາກເຂົ້າຮ່ວມໃນວັນທີ 1 ກຸມພາ 2021 ຢ່າງເປັນທາງການ.

ສ່ວນທ່ານ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າສົມທົບກັບຍີ່ປຸ່ນ ແລະບັນດາປະເທດສະມາຊິກ CPTPP ເພື່ອຈັດຕັ້ງວາລະປະຊຸມສະພາ CPTPP ຄັ້ງນີ້ໃຫ້ປະສົບຜົນສຳເລັດ.

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ທີ່ການສົນທະນາທາງໂທລະສັບກັບທ່ານ Yasutoshi Nishimura ລັດຖະມົນຕີກະຊວງຟື້ນຟູເສດຖະກິດຍີ່ປຸ່ນ. ພາບ: moit.gov.vn.

ກໍ່ໃນການສົນທະນາທາງໂທລະສັບ, ເມື່ອແລກປ່ຽນກ່ຽວກັບການປະຕິບັດສັນຍາ CPTPP. ທ່ານ Yasutoshi Nishimura ສະເໜີຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງຍີ່ປຸ່ນ ໃນໄລຍະຈະມາເຖິງ, ພ້ອມທັງປາດຖະໜາວ່າສອງຝ່າຍສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອປະຕິບັດສັນຍາ CPTPP ຢ່າງມີປະສິດທິຜົນ.

ທ່ານ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຍີ່ປຸ່ນ ໃນການປະຕິບັດສັນຍາ CPTPP ແລະສະເໜີທ່ານ Yasutoshi Nishimura ໜູນຊ່ວຍ, ສົ່ງເສີມ ແລະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຍີ່ປຸ່ນ ທີ່ມີຄວາມຕ້ອງການມາລົງທຶນຢູ່ຫວຽດນາມ. ຈາກນັ້ນຊ່ວຍຫວຽດນາມ ກາຍເປັນຄູ່ຮ່ວມມືສໍາຄັນໃນລະບົບສະໜອງຂອງວິສາຫະກິດຍີ່ປຸ່ນ.

ໂດຍ: ເຈິ່ນຮວ່ຽນ