leftcenterrightdel
ຜູ້ແທນທີ່ພິທີ. ພາບ: qdnd.vn.

ຕາມທ່ານນາງ ເຈິ່ນຮວ່າງແຄ໊ງເວິນ ຮອງປະທານຮັບຜິດຊອບ HUFO ແລ້ວ, ຜ່ານໄລຍະ 48 ປີ, ສາຍພົວພັນຫວຽດນາມ-ໂຮນລັງ ໄດ້ມີບັນດາບາດກ້າວຍາວນານ ແລະໝັ້ນຄົງຜ່ານການຢ້ຽມຢາມຂັ້ນສູງຂອງການນໍາສອງປະເທດ ແລະໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2019. ໃນຊຸມປີຜ່ານມາ, ນະຄອນໂຮ່ຈີມິນ ຍາມໃດກໍ່ແມ່ນໜຶ່ງໃນບັນດາທ້ອງຖິ່ນນໍາໜ້າທົ່ວປະເທດໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືກັບໂຮນລັງ, ພິເສດແມ່ນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການພັດທະນາກະສິກໍາແບບຍືນຍົງ.

ເນື່ອງໃນໂອກາດນີ້, HUFO ໄດ້ເປີດຕົວຄະນະຂົນຂວາຍສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຮນລັງນະຄອນໂຮ່ຈີມິນ ເພື່ອແນໃສ່ຊຸກຍູ້ວິວັດການສ້າງຕັ້ງສະມາຄົມ, ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບຫວຽດນາມ-ໂຮນລັງ ກໍ່ຄືຄວາມເຂົ້າໃຈ, ນໍ້າໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະປະຊາຊົນໂຮນລັງ.

ໂດຍ: ເຈິ່ນຮວ່ຽນ