ທີ່ການຕ້ອນຮັບ, ທ່ານ David Littleproud ໄດ້ຕີລາຄາການພົວພັນອົດສະຕາລີ ກັບຫວຽດນາມ ພັດທະນາຢ່າງໄວ ແລະແຮງທີ່ສຸດໃນອາຊຽນ. ສອງຝ່າຍໄດ້ແບ່ງປັນຫຼາຍຜົນປະໂຫຍດທີ່ຄ້າຍຄືກັນໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ ແລະກາຍເປັນບັນດາຄູ່ຮ່ວມມືການຄ້າທີ່ໄວ້ເນື້ອເຊື່ອໃຈ, ຍືນຍົງຂອງກັນ.

leftcenterrightdel
ທ່ານ ຫງວຽນເຕີ໊ດແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອົດສະຕາລີ ເຂົ້າຢ້ຽມຂໍ່ານັບທ່ານ David Littleproud ລັດຖະມົນຕີກະຊວງກະສິກໍາ, ແກ້ໄຂໄພແຫ້ງແລ້ງ ແລະຮີບດ່ວນສັງກັດກະຊວງກະສິກໍາ, ນໍ້າ ແລະສິ່ງແວດລ້ອມອົດສະຕາລີ. ພາບ: baoquocte.vn.

ບົນພື້ນຖານແຜນການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ, ທ່ານ David Littleproud ເຫັນດີເປັນເອກະພາບສົມທົບກັນຍູ້ແຮງການຮ່ວມມືດ້ານກະສິກໍາ, ເອົາໃຈໃສ່ເປັນພິເສດເຖິງການເປີດກວ້າງຕະຫຼາດໃຫ້ຜະລິດຕະພັນກະສິກໍາຂອງກັນຜ່ານບັນດາຂໍ້ຕົກລົງສອງຝ່າຍ ແລະຫຼາຍຝ່າຍ, ກ່ອນອື່ນໝົດແມ່ນໝາກໜອດ ແລະກຸ້ງເປັນໂຕຂອງຫວຽດນາມ. ທ່ານ David Littleproud ກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືກ່ຽວກັບບັນດາບັນຫານະໂຍບາຍທີ່ກ່ຽວຂ້ອງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານກະສິກໍາ, ຄື: ເລື່ອງມອບໃບຢັ້ງຢືນຄວາມປອດໄພດ້ານອາຫານ ແລະເພີ່ມການນໍາເຂົ້າຜະລິດຕະພັນປຸງແຕ່ງຢູ່ຫວຽດນາມ ດ້ວຍວັດຖຸທີ່ຊື້ຈາກອົດສະຕາລີ.

ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງແຫຼ່ງນໍ້າທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ David Littleproud ຢັ້ງຢືນພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ກໍ່ສ້າງພື້ນຖານກະສິກໍາແບບຍືນຍົງ ແລະແບ່ງປັນບົດຮຽນ, ວິຊາສະເພາະໃນຂົງເຂດນີ້, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນໍ້າຂອງ. ນອກຈາກນັ້ນ, ການພົວພັນຮ່ວມມືມິດຕະພາບລະຫວ່າງນະຄອນດ່ານັ້ງ ແລະລັດ Queensland ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກທ່ານ David Littleproud, ພິເສດແມ່ນບັນດາການເຄື່ອນໄຫວກະກຽມໃຫ້ວິວັດການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19.

ໂດຍ: ໄຊນີດາ