ທີ່ການເຮັດວຽກ, ທ່ານ ຫງວຽນຮົ່ງຢຽນ ຕີລາຄາສູງການພົວພັນອັນດີງາມ, ພັດທະນາຢ່າງບໍ່ຢຸດຢັ້ງຕາມທິດນໍາ “ບ້ານໃກ້ເຮືອນຄຽງທີ່ດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງຫວຽດນາມ ແລະກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອຮ່ວມແຮງຮ່ວມໃຈໜູນຊ່ວຍ, ຊ່ວຍເຫຼືອກໍາປູເຈຍ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານລັດຖະມົນຕີ ໄດ້ມອບຜ້າປິດປາກ 10 ພັນອັນໃຫ້ສະຖານທູດກໍາປູເຈຍ ປະຈໍາ ຫວຽດນາມ ກໍ່ຄືມອບຜ້າປິດປາກໃຫ້ບັນດາກະຊວງຄູ່ຮ່ວມມືຂອງກະຊວງອຸດສາຫະກໍາ ແລະການຄ້າ, ລວມມີ: ກະຊວງການຄ້າ; ກະຊວງອຸດສາຫະກໍາ, ວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່; ກະຊວງບໍ່ແຮ່ ແລະພະລັງງານ, ແຕ່ລະກະຊວງ 10 ພັນອັນເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ຄຽງຂ້າງນັ້ນ, ທ່ານລັດຖະມົນຕີ ແລະທ່ານເອກອັກຄະລັດຖະທູດກໍາປູເຈຍ ກໍ່ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃນຂົງເຂດການຄ້າ, ອຸດສາຫະກໍາ ແລະພະລັງງານກວ່າອີກ. ພ້ອມກັນນັ້ນ, ແມ່ນດໍາເນີນການກວດກາ, ປັບປຸງເພີ່ມເຕີມ ແລະເຊັນບັນດາເອກະສານນິຕິກໍາໃໝ່ກ່ຽວກັບການຄ້າ, ພິເສດແມ່ນຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດກ່ຽວກັບການຊຸກຍູ້ດ້ານການຄ້າສອງຝ່າຍໄລຍະ 2022-2023. ນອກຈາກນັ້ນ, ສອງຝ່າຍກໍ່ມຸ່ງໄປເຖິງການຍູ້ໄວຄວາມຄືບໜ້າໃນການປະຕິບັດແຜນການສັງລວມຜັນຂະຫຍາຍບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານກໍາປູເຈຍ ກ່ຽວກັບການເຊື່ອມຕໍ່ ແລະພັດທະນາພື້ນຖານໂຄງລ່າງດ້ານການຄ້າຊາຍແດນ.

ສິ້ນສຸດການເຮັດວຽກ, ທ່ານ ຫງວຽນຮົ່ງຢຽນ ໄດ້ມອບໜ້າທີ່ລະອຽດໃຫ້ບັນດາຫົວໜ່ວຍຂອງກະຊວງອຸດສາຫະກໍາ ແລະການຄ້າສົມທົບກັບຝ່າຍກໍາປູເຈຍ ຜັນຂະຫຍາຍບັນດາໜ້າທີ່ຢ່າງຕັ້ງໜ້າ; ພ້ອມທັງ, ຢັ້ງຢືນວ່າ ກະຊວງອຸດສາຫະກໍາ ແລະການຄ້າຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບ, ໜູນຊ່ວຍບັນດາອົງການ ແລະສະຖານທູດກໍາປູເຈຍ ປະຈໍາ ຫວຽດນາມ ໃນການຊຸກຍູ້ການຮ່ວມມືຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ນັບບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນໄລຍະຈະມາເຖິງກວ່າອີກ.

ໂດຍ: ເກ່ືອງດັ້ງ