leftcenterrightdel
ທ່ານ ຫງວຽນກວາງຈູງ ຫົວໜ້າກົງສູນໃຫຍ່ຫວຽດນາມ ແລະທ່ານ John Horgan ຂ້າຫຼວງລັດແຂວງ British Columbia ໃນການເຮັດວຽກທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ສອງຝ່າຍໄດ້ເຕື້ອງເຖິງຄວາມສາມາດບົ່ມຊ້ອນ ແລະກາລະໂອກາດຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ British Columbia, ພິເສດແມ່ນບັນດາຂົງເຂດການສຶກສາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືແຮງງານ... ຕາມນັ້ນແລ້ວ, ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ພວມເປີດກາລະໂອກາດຮ່ວມມືໃໝ່ໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນໃຫ້ສອງຝ່າຍ. ປີ 2020, ເຖິງວ່າຖືກຜົນກະທົບຫຍໍ້ທໍ້ຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ວົງເງິນແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະ British Columbia ຍັງ ບັນລຸເກືອບ 2 ຕື້ CAD (ປະມານ 1,6 ຕື້ໂດລາສະຫະລັດ).

ສ່ວນທ່ານ John Horgan ໄດ້ຊົມເຊີຍຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະສົບຜົນສໍາເລັດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະສະແດງຄວາມປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະແຂວງ British Columbia ມີຄວາມເລິກເຊິ່ງກວ່າອີກ, ໃນສະພາບການສອງປະເທດພວມມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

ໂດຍ: ກວຽດເຕິມ