ໃນການພົບປະກັບການນໍານະຄອນໂຮ່ຈີມິນ ທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 28 ເມສາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາງ Rana Flowers ຫົວໜ້າຜູ້ຕາງໜ້າກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳ ຫວຽດນາມ ເນັ້ນໜັກວ່າ UNICEF ປະຈໍາ ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບນະຄອນໂຮ່ຈີມິນ, ຍູ້ແຮງການເຄື່ອນໄຫວແລກປ່ຽນ, ຕີລາຄາໝາກຜົນການຮ່ວມມື; ແບ່ງປັນບົດຮຽນໃນການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງເຖິງເດັກນ້ອຍໃນວິວັດການສ້າງນະຄອນໃຫ້ກາຍເປັນຕົວເມືອງອັດສະລິຍະ ແລະເປັນມິດກັບເດັກນ້ອຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

UNICEF ປະຈຳ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງບັນຫາທີ່ກ່ຽວຂ້ອງເຖິງສິດທິເດັກເພື່ອສໍາເລັດແຜນການຮ່ວມມື 5 ປີລະຫວ່າງ UNICEF ແລະຫວຽດນາມ. ຕາງໜ້າການນໍານະຄອນ, ທ່ານ ຫວໍວັນຮວານ ຮອງປະທານຄະນະກໍາມະການນະຄອນໂຮ່ຈີມິນ, ຕີລາຄາສູງບັນດາໝາກຜົນຢ່າງຕັ້ງໜ້າໃນວຽກງານສົມທົບກັບ UNICEF ໃນການຜັນຂະຫຍາຍໂຄງການກ່ຽວກັບຂໍ້ລິເລີ່ມໃນການສ້າງນະຄອນໃຫ້ເປັນມິດກັບເດັກນ້ອຍ, ຊ່ວຍແກ້ໄຂບຸລິມະສິດໃນຂົງເຂດປົກປ້ອງເດັກນ້ອຍ, ສາທາລະນະສຸກ, ການສຶກສາ... ນະຄອນໂຮ່ຈີມິນ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ UNICEF ໃນບັນດາລາຍການ, ໂຄງການຢ່າງລະອຽດ, ປະກອບສ່ວນປັບປຸງການບໍລິການສັງຄົມ, ຍົກສູງຄຸນນະພາບໃນການປົກປ້ອງເດັກ, ເບິ່ງແຍງດູແລເດັກນ້ອຍໃນບໍລິເວນນະຄອນ.

ໂດຍ: ກວຽດເຕິມ