ນັບແຕ່ນັ້ນມາຮອດປະຈຸບັນ, ກວ່າ 40 ໂຄງການຄົ້ນຄວ້າວິທະຍາສາດລວມ, ລັດຖະບານອີຕາລີ ແລະຫວຽດນາມ ອຸປະຖຳໄດ້ປະກອບສ່ວນຢ່າງເໝາະສົມໃນຫຼາຍຂົງເຂດຄົ້ນຄວ້າເພື່ອຊີວິດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ Antonio Alessandro ເອກອັກຄະລັດຖະທູດອີຕາລີ ປະຈໍາ ຫວຽດນາມ ແບ່ງປັນທີ່ກອງປະຊຸມຂ່າວ. ພາບ: baoquocte.vn.

ຕາມທ່ານ Antonio Alessandro ແລ້ວ, ວັນຄົ້ນຄວ້າອີຕາລີ ຢູ່ຫວຽດນາມ ປີນີ້ລວມມີສອງຂໍ້ລິເລີ່ມນັ້ນແມ່ນເຫດການ UniSmartItaly ຈະດໍາເນີນໃນລະຫວ່າງວັນທີ 16-24 ເມສາ. ນີ້ແມ່ນງານຕະຫຼາດນັດທາງໄກໂດຍກອງປະຊຸມອະທິການບໍດີບັນດາມະຫາວິທະຍາໄລອີຕາລີ (CRUI) ແລະອົງການການຄ້າອີຕາລີ  (ICE) ຈັດຕັ້ງຂຶ້ນ ເພື່ອແນໃສ່ໂຄສະນາລະບົບການ ສຶກສາຂັ້ນມະຫາວິທະຍາໄລ ແລະຄົ້ນຄວ້າຂອງອີຕາລີ ເຖິງນັກສຶກສາຫວຽດນາມ. ນອກຈາກນັ້ນ, “ກອງປະຊຸມສໍາມະນາກ່ຽວກັບການຮ່ວມມືວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ-ອີຕາລີ: ຜົນງານ ແລະແງ່ຫວັງເພື່ອການພັດທະນາແບບຍືນຍົງ” ກໍ່ຈະໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ ຜ່ານລະບົບທາງໄກ ແລະໂດຍກົງ.

ໂດຍ: ກວຽດເຕິມ