ນະຄອນໂຮ່ຈີມິນ ສົ່ງເສີມການຄ້າກັບ Bremen (ເຢຍລະມັນ)
ກປ.ອອນໄລ - ວັນທີ 31 ມີນາ, ຢູ່ນະຄອນໂຮ່ຈີມິນ, ສູນສົ່ງເສີມການຄ້າ ແລະການລົງທຶນນະຄອນໂຮ່ຈີມິນ (ITPC) ໄດ້ຈັດຕັ້ງ “ກອງປະຊຸມສໍາມະນາສົ່ງເສີມການຄ້າ ແລະການລົງທຶນກັບ Bremen-ສູນ logistics ສະໜອງສິນຄ້າຢູ່ເອີລົບ”.
    |
 |
ບັນດາຜູ້ແທນທີ່ກອງປະຊຸມສໍາມະນາ. ພາບ: ຮວ່າງເງິນ. |
ເຢຍລະມັນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເອີລົບ, ກວມເອົາເກືອບ 1/5 ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງອີຢູ, ທັງແມ່ນປະຕູສົ່ງຕໍ່ສິນຄ້າຫວຽດນາມ ໄປຍັງຕະຫຼາດອື່ນຢູ່ເອີລົບ. ປະຈຸບັນ ເຢຍລະມັນ ແມ່ນລູກຄ້າໃຫຍ່ຂອງນະຄອນໂຮ່ຈີມິນ, ທັງແມ່ນປະເທດທີ່ມີຫຼາຍໂຄງການລົງທຶນຈຸດສຸມຢູ່ນະຄອນ, ຄື: ທາງລົດໄຟໃຕ້ດິນ (Metro) ເລກທີ 2, ມະຫາວິທະຍາໄລຫວຽດນາມ-ເຢຍລະມັນ, ມະຫາວິທະຍາໄລສາກົນເຢຍລະມັນ... ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນຖືວ່າ Bremen ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ວິສາຫະກິດຫວຽດນາມ ລົງທຶນ, ດໍາເນີນທຸລະກິດ, ຮໍ່າຮຽນ, ຄົ້ນຄວ້າ; ເຊື່ອມຕໍ່ການຄ້າ ແລະລົງທຶນເຂົ້າ Bremen ເຊິ່ງແມ່ນປະຕູທີ່ສໍາຄັນຊ່ວຍໃຫ້ວິສາຫະກິດແຊກຊຶມເຂົ້າຕະຫຼາດເຢຍລະມັນ ເວົ້າສະເພາະ ແລະສະຫະພາບເອີລົບ (ອີຢູ) ເວົ້າລວມ.
ໂດຍ: ເຈິ່ນຮວ່ຽນ