ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະສະຫະພັນລັດເຊຍ
ກປ.ອອນໄລ - ເພື່ອສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ-ສະຫະພັນລັດເຊຍ, ໃນວັນທີ 23-24 ມີນາ, ທ່ານ ໂງດຶກແມັ້ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການຢ້ຽມຢາມ ແລະເຮັດວຽກຢູ່ແຂວງ Kursk ແລະ Bryansk ຂອງລັດເຊຍ.
ທີ່ການພົບປະກັບທ່ານ Roman Starovoit ຜູ້ວ່າການແຂວງ Kursk, ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ການນໍາແຂວງ Kursk ໃຫ້ຮູ້ວ່າ ໃນປີ 2020, ວົງເງິນການຄ້າລະຫວ່າງແຂວງ Kursk ແລະຫວຽດນາມ ບັນລຸ 30 ລ້ານໂດລາສະຫະລັດ. ທ່ານ Roman Starovoit ຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດ, ຄື: ກະສິກໍາ ແລະການທ່ອງທ່ຽວ.
ໃນການພົບປະກັບທ່ານ Alexander Bogomaz ຜູ້ວ່າການແຂວງ Bryansk ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານເອກອັກຄະລັດຖະທູດ ໂງດຶກແມັ້ງ ແລະບັນດາອົງການກ່ຽວຂ້ອງທີ່ໄດ້ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດກະສິກໍາ.
    |
 |
ທ່ານ ໂງດຶກແມັ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ສ່ວນທ່ານເອກອັກຄະລັດຖະທູດ ໂງດຶກແມັ້ງ ໃຫ້ຮູ້ວ່າ ຫວຽດນາມ ຖືເປັນສໍາຄັນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບບັນດາທ້ອງຖິ່ນຂອງລັດເຊຍ. ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19, ການແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະລັດເຊຍ ຍັງຄົງເພີ່ມຂຶ້ນ 8% (ບັນລຸເກືອບ 5 ຕື້ໂດລາສະຫະລັດ). ຫວຽດນາມ ແມ່ນຕະຫຼາດໃຫຍ່ທີ່ສຸດ, ກວມເອົາເກືອບ 45% ຍອດມູນຄ່າສົ່ງອອກຊີ້ນຊະນິດຕ່າງໆຂອງລັດເຊຍ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ໂງດຶກແມັ້ງ ແລ້ວ, ຍັງມີສິນຄ້າຫຼາຍປະເພດແມ່ນທ່າແຮງຂອງແຕ່ລະປະເທດແຕ່ຍັງບໍ່ທັນແຊກຊຶມເຂົ້າຕະຫຼາດຂອງກັນໄດ້ຍ້ອນປະສົບກັບຄວາມຫຍຸ້ງຍາກ, ສິ່ງກີດຂວາງຫຼາຍຢ່າງຄືບັນດາມາດຕະການປ້ອງກັນການຄ້າ, ບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບອະນາໄມກັນພະຍາດ.
ໂດຍ: ທູຈາງ