ຫວຽດນາມ-ຍີ່ປຸ່ນ ຮ່ວມມືພັດທະນາພະລັງງານແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງ
ກປ.ອອນໄລ - ຕອນເຊົ້າວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ (CIEM) ໄດ້ສົມທົບກັບໂຮງຮຽນນະໂຍບາຍສາທາລະນະ-ມະຫາວິທະຍາໄລໂຕກຽວ, ຈັດຕັ້ງເວທີປາໄສຄົ້ນຄວ້າຫວຽດນາມ-ຍີ່ປຸ່ນ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືຫວຽດນາມ-ຍີ່ປຸ່ນ ແນໃສ່ພັດທະນາພະລັງງານແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງໄລຍະ”.
    |
 |
ບັນຍາກາດທີ່ເວທີປາໄສ. ພາບ: Bnews. |
ທ່ານ Fukunari Kimuara, ພະແນກເສດຖະກິດ, ມະຫາວິທະຍາໄລ Keio ຖືວ່າ ອະນຸພາກພື້ນແມ່ນ້ຳຂອງໄດ້ຮັບການຕີລາຄາວ່າ ແມ່ນອະນຸພາກພື້ນປະສົບຜົນສໍາເລັດທີ່ສຸດດ້ວຍລະດັບເຕີບໂຕເສດຖະກິດ ແລະລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢ່າງໄວໃນໄລຍະ 3 ທົດສະວັດຜ່ານມາ. ເຖິງຢ່າງໃດກໍ່ຕາມ, ໄລຍະຫ່າງການພັດທະນາໃນພາກພື້ນຍັງກວ້າງຢູ່.
ທ່ານ ຫງວຽນແອັງເຢືອງ, ຫົວໜ້າຄະນະຄົ້ນຄວ້າສັງລວມ CIEM ສະເໜີວ່າ ຫວຽດນາມ ຄວນຮັບປະກັນໂຄງປະກອບພະລັງງານໃຫ້ສົມດຸນກວ່າອີກ; ສ້າງເງື່ອນໄຂສະດວກໃຫ້ການສົ່ງອອກ-ນໍາເຂົ້າພະລັງງານໃນລະດັບທີ່ເໝາະສົມ; ພ້ອມທັງຊຸກຍູ້ການປຶກສາຫາລືໃຫ້ມີເນື້ອແທ້ກວ່າອີກກ່ຽວກັບພະລັງງານ ແລະການພັດທະນາແບບຍືນຍົງກັບບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (GMS).
ໂດຍ: ເຈິ່ນຮວ່ຽນ