ກອງປະຊຸມສໍາມະນາຜ່ານລະບົບທາງໄກກ່ຽວກັບຕະຫຼາດຫວຽດນາມ ຢູ່ສະວິດ
ກປ.ອອນໄລ - ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາສະວິດ ສົມທົບກັບຫ້ອງການການຄ້າ ແລະອຸດສາຫະກໍາລັດເຊີແນວ (CCIG) ໄດ້ຈັດຂຶ້ນກອງປະຊຸມສໍາມະນາຜ່ານລະບົບທາງໄກກ່ຽວກັບຕະຫຼາດຫວຽດນາມ.
ກອງປະຊຸມສໍາມະນາເພື່ອແນໃສ່ຊຸກຍູ້ການແລກປ່ຽນ, ຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງປະຊາຄົມວິສາຫະກິດສະວິດ ແລະຫວຽດນາມ ດ້ວຍເປົ້າໝາຍຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນລະຫວ່າງປະຊາຄົມວິສາຫະກິດສອງປະເທດ.
    |
 |
ທ່ານນາງ ເລລີງລານ ເອກອັກຄະລັດຖະທູດຫວຽດນາມ ປະຈໍາສະວິດ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມສໍາມະນາ, ທ່ານນາງ ເລລີງລານ ເອກອັກຄະລັດຖະທູດຫວຽດນາມ ປະຈໍາສະວິດ ເນັ້ນໜັກວ່າ ສະວິດ ແລະຫວຽດນາມ ມີສາຍພົວພັນມິດຕະພາບ ແລະການຮ່ວມມືໃນເຄິ່ງກວ່າສະຕະວັດທີ່ຜ່ານມາ. ປີ 2021, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດສອງຝ່າຍ. ປັດຈຸບັນມີກວ່າ 100 ບໍລິສັດຂອງສະວິດ ພວມດໍາເນີນທຸລະກິດຢູ່ຫວຽດນາມ, ໝູນໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ, ກໍາລັງແຮງງານທີ່ອຸດົມສົມບູນ, ພົນລະເມືອງຫຼາຍ ແລະໜຸ່ມຂອງຫວຽດນາມ ດ້ວຍກຳລັງຊື້ ແລະຄວາມຕ້ອງການບໍລິໂພກ, ອຸປະໂພກນັບມື້ນັບເພີ່ມຂຶ້ນ. ໃນກວ່າ 2 ທົດສະວັດຜ່ານມາ, ຫວຽດນາມ ໄດ້ກາຍເປັນຮາກຖານຜະລິດທີ່ສໍາຄັນ ແລະແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ພາກພື້ນອາຊີ-ປາຊີຟິກ.
ໂດຍ: ທູຈາງ