EVFTA - ສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ກັບສະຫະພາບເອີລົບ (ອີຢູ) ໄດ້ ແລະພວມເປີດອອກກາລະໂອກາດໃຫຍ່ໃຫ້ຫວຽດນາມ ເພີ່ມທະວີການຮ່ວມມືດ້ານເສດຖະກິດກັບຫຼາຍຕະຫຼາດໃນໂລກເວົ້າລວມ ແລະສະໂລເວນີ ເວົ້າສະເພາະ.

leftcenterrightdel
ທ່ານ ຫວູບ໊າຟູ໊ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເປັນປະທານກອງປະຊຸມທາງໄກ. ພາບ: ອວຽນເຮືອງ.

ທີ່ກອງປະຊຸມແລກປ່ຽນການຄ້າລະຫວ່າງວິສາຫະກິດຫວຽດນາມ-ສະໂລເວນີ 2021 ທີ່ໄດ້ຈັດຂຶ້ນຜ່ານລະບົບທາງໄກໃນວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫວູບ໊າຟູ໊ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ ບັນດາວິສາຫະກິດສະໂລເວນີ ມີທ່າແຮງກ່ຽວກັບເຄື່ອງຈັກ, ອຸປະກອນປູກຝັງໃນຂົງເຂດຜະລິດຕະພັນກະເສດ. ນີ້ແມ່ນກາລະໂອກາດໃຫຍ່ເພື່ອໃຫ້ບັນດາວິສາຫະກິດນີ້ຂາຍເຄື່ອງຈັກປຸງແຕ່ງກະສິກໍາ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃຫ້ວິສາຫະກິດຫວຽດນາມ. ກົງກັນຂ້າມ, ບັນດາວິສາຫະກິດກໍ່ໄດ້ເອົາໃຈໃສ່ເຖິງຄູ່ຮ່ວມມືເພື່ອຮ່ວມມືຜະລິດເຄື່ອງຈັກກະສິກໍາຢູ່ຫວຽດນາມ. ນີ້ແມ່ນກາລະໂອກາດໃຫ້ວິສາຫະກິດສອງປະເທດຮ່ວມມືເພື່ອສາມາດຜະລິດເຄື່ອງຈັກປຸງແຕ່ງກະສິກໍາ, ເຄື່ອງປ່າຂອງດົງ, ສິນໃນນ້ຳຢູ່ຫວຽດນາມ.

ກໍ່ທີ່ເຫດການນີ້, 21 ວິສາຫະກິດຫວຽດນາມ ໄດ້ແລກປ່ຽນການຄ້າຜ່ານລະບົບທາງໄກກັບ 12 ວິສາຫະກິດສະໂລເວນີ ເພື່ອຊອກຮູ້ຕະຫຼາດ, ຄູ່ຮ່ວມມື ແລະແນະນໍາຜະລິດຕະພັນ, ກໍາລັງຄວາມສາມາດຂອງວິສາຫະກິດ, ຜ່ານນັ້ນສ້າງປະຖົມປັດໄຈເພື່ອສ້າງຕັ້ງການພົວພັນຮ່ວມມືໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ