ເຊື່ອມຕໍ່ເພື່ອໃຫ້ວິສາຫະກິດອິນໂດເນເຊຍ ລົງທຶນເຂົ້າແຂວງດົ່ງນາຍ ໃຫ້ຫຼາຍກວ່າອີກ
ກປ.ອອນໄລ - ວັນທີ 1 ມີນາ, ທ່ານ Hanif Salim ຫົວໜ້າກົງສູນໃຫຍ່ອິນໂດເນເຊຍ ປະຈໍາ ນະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບຄະນະກໍາມະການປະຊາຊົນແຂວງດົ່ງນາຍ ເພື່ອຊອກຮູ້ກ່ຽວກັບບັນດາໂຄງການລົງທຶນຢູ່ບໍລິເວນແຂວງດົ່ງນາຍ. ແຂວງດົ່ງນາຍ ນອນໃນເຂດເສດຖະກິດຈຸດສຸມພາກໃຕ້. ໃນຊຸມປີມໍ່ໆມານີ້, ແຂວງດົ່ງນາຍ ຍາມໃດກໍ່ມີລະດັບພັດທະນາເສດຖະກິດ, ອຸດສາຫະກໍາບັນລຸລະດັບສູງ ແລະໝັ້ນທ່ຽງ.