ທີ່ກອງປະຊຸມດ້ວຍເປົ້າໝາຍຊຸກຍູ້ການຮ່ວມມືສອງຝ່າຍໃນສະພາບພະຍາດໂຄວິດ-19, ຜົນປະໂຫຍດຫຼາຍທີ່ສຸດຂອງສັນຍາການຄ້າເສລີຫວຽດນາມ-ຈີເລ ແລະສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຮ່ວມມືດໍາເນີນທຸລະກິດ ແລະສໍາຜັດກັບຕະຫຼາດຂອງປະຊາຄົມວິສາຫະກິດສອງຝ່າຍ. ຮອງລັດຖະມົນຕີສອງທ່ານຖືວ່າ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະກາລະໂອກາດທີ່ມີຢູ່ແລ້ວໃຫ້ໄດ້ຫຼາຍກວ່າອີກ, ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າຕາມການພົບປະນັບທັງໂດຍກົງ ແລະທາງອອນລາຍໃຫ້ຫຼາຍກວ່າອີກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກແບບທາງໄກ. ພາບ: cand.com.

ກ່ຽວຂ້ອງເຖິງສັນຍາ CPTPP, ຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະການຄ້າ ສະແດງຄວາມປາດຖະໜາຢາກໃຫ້ຈີເລ ດໍາເນີນລະບຽບການຕ່າງໆພາຍໃນປະເທດໂດຍໄວເພື່ອໃຫ້ສັດຕະຍາບັນສັນຍາ CPTPP, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນດ້ານການຄ້າລະຫວ່າງຈີເລ ກັບຫວຽດນາມ ເວົ້າສະເພາະ ແລະກັບບັນດາປະເທດສະມາຊິກ CPTPP ເວົ້າລວມ.

ສ່ວນທ່ານ Rodrigo Yanez Benitez ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາ ແລະເພີ່ມທະວີບັນດາກົນໄກຮ່ວມມືເພື່ອແລກປ່ຽນຂໍ້ມູນຂ່າວສານ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດສົ່ງເສີມດ້ານການຄ້າ, ພາສີ, ການຄ້າເອເລັກໂຕນິກ ແລະເສດຖະກິດດີຈີຕອນ.

ໂດຍ: ເກື່ອງດັ້ງ