ທ່ານ Michael Gautama ປະທານຄະນະກໍາມະການການຄ້າສິງກະໂປ ສັງກັດຫ້ອງການການຄ້າ ແລະອຸດສາຫະກໍາອິນໂດເນເຊຍ (KADIN) ຖືວ່າສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແມ່ນຂໍ້ຕົກລົງການຄ້າສໍາຄັນທີ່ສຸດ.

leftcenterrightdel
ບັນດາປະເທດເຂົ້າຮ່ວມ RCEP. ພາບ: ASEAN.

ທ່ານປອ Michael Gautama ຕີລາຄາວ່າ RCEP ແມ່ນແນວຄວາມຄິດທີ່ດີ ແລະຈະນຳຜົນປະໂຫຍດມາໃຫ້ປະຊາຊົນ, ໃຫ້ປະເທດຕ່າງໆ ແລະບັນດາຂະແໜງອຸດສາຫະກໍາ. ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າຂໍ້ຕົກລົງນີ້ຈະໄດ້ຮັບການເຊັນກັນໃນເດືອນພະຈິກຈະມາເຖິງເພື່ອສ້າງເປັນກຸ່ມເສດຖະກິດໃຫຍ່ທີ່ສຸດ.

ສ່ວນທ່ານ Juan Gondokusumo, ປະທານຄະນະກໍາມະການການຄ້າກໍາປະເຈຍ, ລາວ, ມຽນມາ ແລະຫວຽດນາມ ສັງກັດ KADIN ໄດ້ຕີລາຄາສູງເປົ້າໝາຍ ແລະເນື້ອໃນຈິດໃຈຂອງ RCEP, ພ້ອມທັງເຊື່ອໝັ້ນວ່າຂໍ້ຕົກລົງຫຼາຍຝ່າຍນີ້ຈະໄດ້ຮັບການປະຕິບັດສໍາເລັດໃນທ້າຍປີນີ້ຖືກຕາມແຜນການທີ່ໄດ້ວາງອອກ.

ທ່ານ Juan Gondokusumo ຍັງເນັ້ນໜັກວ່າ RCEP ຈະແມ່ນຂໍ້ຕົກລົງການຄ້າ “ມີມູນຄ່າເພີ່ມສູງ” ຫຼື ສາມາດເອີ້ນວ່າແມ່ນ “WTO+” ສໍາລັບບັນດາປະເທດສະມາຊິກເພື່ອແນໃສ່ບັນລຸໄດ້ການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານ, ກວມເອົາບັນດາບັນຫາຄື: ການຄ້າ, ການລົງທຶນ, ການຮ່ວມມືເຕັກໂນໂລຢີ, ຊັບສິນທາງປັນຍາ, ການແກ່ງແຍ້ງກັນ, ການຄ້າເອເລັກໂຕນິກ ແລະການແກ້ໄຂການແກ່ງແຍ້ງ.

ໂດຍ: ດັ້ງເກື່ອງ