ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາບັນລຸໄດ້ຜົນງານແທດຈິງຫຼາຍຢ່າງໃນທຸກຂົງເຂດ, ໃນນັ້ນ, ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນເສົາຄໍ້າສໍາຄັນ, ແມ່ນຈຸດພົ້ນເດັ່ນ. ລັດຖະບານສອງປະເທດໄດ້ສົມທົບກັນຢ່າງແໜ້ນ ແຟ້ນໃນການຄວບຄຸມພະຍາດຢູ່ແຕ່ລະປະເທດ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈເປັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ຕໍ່ສິ່ງທ້າທາຍທີ່ຫຍຸ້ງຍາກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກວິ່ງຈີ.

ທ່ານ Hong Sun ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ຢຸູ່ຫວຽດນາມ ໃຫ້ຮູ້ວ່າ: “ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ ກ່ອນທີ່ເກີດພະຍາດໂຄວິດ-19 ກໍ່ໄດ້ແມ່ນໜຶ່ງໃນບັນດາປະເທດທີ່ຄວນລົງທຶນ, ມີຄວາມສໍາຄັນ ແລະໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ, ບໍ່ພຽງສະເພາະແຕ່ ສ.ເກົາຫຼີ ເທົ່ານັ້ນ, ຫາກຍັງບັນດາປະເທດໃນໂລກ. ພາຍຫຼັງພະຍາດໂຄວິດ-19, ໂດຍພາຍໃຕ້ການຊີ້ນໍາຂອງລັດຖະບານຫວຽດນາມ ກໍ່ຄືຄວາມສາມັກຄີຂອງປະຊາຊົນຫວຽດນາມ ນັ້ນ, ພະຍາດໂຄວິດ-19 ໄດ້ຮັບການຄວບຄຸມໂດຍພື້ນຖານ. ຍ້ອນເຫດນັ້ນ, ບັນດານັກລົງທຶນເວົ້າລວມ ແລະນັກລົງທຶນ ສ.ເກົາຫຼີ ເວົ້າສະເພາະທີ່ມີຄວາມເອົາໃຈໃສ່ທີ່ສຸດ ແລະກໍາລັງຊອກຫາກາລະໂອກາດສືບຕໍ່ລົງທຶນ ແລະເປີດກວ້າງການດໍາເນີນທຸລະກິດຢູ່ຫວຽດນາມ. ພ້ວກຂ້າພະເຈົ້າຫວັງວ່າ ຫວຽດນາມ ແລະສ.ເກົາຫຼີ ຈະຮ່ວມມືກັນເພື່ອສ້າງຂຶ້ນບັນດາຜົນສໍາເລັດອັນດີງາມ”.

ກອງປະຊຸມ “ພົບພໍ້ ສ.ເກົາຫຼີ” ລວມມີບັນດາວາລະປຶກສາຫາລື, ຄື: ນະໂຍບາຍ ODA ຂອງ ສ.ເກົາຫຼີ ສໍາລັບຫວຽດນາມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ; ງານພົບປະແລກປ່ຽນປະຊາຊົນໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ການແລກປ່ຽນດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ-ສ.ເກົາຫຼີ.

ໂດຍ: ເກື່ອງດັ້ງ