ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ໄດ້ມີການພົວພັນຮ່ວມມືຍາວນານກັບອິນເດຍ ໃນຫຼາຍຂົງເຂດ, ຄື: ການສຶກສາ-ບຳລຸງກໍ່ສ້າງ; ກະສິກໍາເຕັກໂນໂລຢີສູງ; ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວ... ທ່ານ ຫງວຽນທ້ຽນເຍິນ ສະເໜີໃຫ້ຝ່າຍອິນເດຍ ຈະພິຈາລະນາສ້າງຕັ້ງສູນຄົ້ນຄວ້າການຢາຢູ່ນະຄອນໂຮ່ຈີມິນ; ພ້ອມທັງເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດຈະພັດທະນາຢ່າງແຮງກວ່າ.

leftcenterrightdel
ທ່ານ ຫງວຽນທ້ຽນເຍິນ ເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Pranay Verma ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ. ພາບ: qdnd.vn.

ສ່ວນທ່ານ Pranay Verma ກໍ່ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາໃນການພົວພັນຮ່ວມມືລະຫວ່າງອິນເດຍ ແລະຫວຽດນາມ, ຂອບໃຈການນໍານະຄອນໂຮ່ຈີມິນ ທີ່ໄດ້ໜູນຊ່ວຍເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງອິນເດຍ ແລະນະຄອນໂຮ່ຈີມິນ. ທ່ານ Pranay Verma ໃຫ້ຮູ້ວ່າ ບັນດາວິສາຫະກິດອິນເດຍ ມີຄວາມສົນໃຈທີ່ສຸດຕໍ່ການລົງທຶນຢູ່ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ, ກ່ຽວກັບບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ພະລັງງານຂຽວ, ການຢາ... ແລະປາດຖະໜາຢາກໃຫ້ບັນດາວິສາຫະກິດຫວຽດນາມ, ໃນນັ້ນມີວິສາຫະກິດຂອງນະຄອນໂຮ່ຈີມິນ ໄປລົງທຶນຢູ່ອິນເດຍ.

ໂດຍ: ເຈິ່ນຮວ່ຽນ