leftcenterrightdel
ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ທີ່ໂຄງການພະລັງງານແສງຕາເວັນຂອງບໍລິສັດ Shire Oak International. ພາບ: ສະຖານທູດອັງກິດ ປະຈໍາ ຫວຽດນາມ.

ທ່ານ Gareth Ward ຖືວ່າ ການພັດທະນາພະລັງງານແບບຍືນຍົງແມ່ນໜຶ່ງໃນບັນດາການຮ່ວມມືສໍາຄັນລະຫວ່າງອັງກິດ ແລະຫວຽດນາມ. ນັບແຕ່ປີ 1990 ເປັນຕົ້ນມາ, ອັງກິດ ໄດ້ຫຼຸດຜ່ອນການປ່ອຍອາຍພິດລົງ 42% ໃນຂະນະທີ່ຍັງສືບຕໍ່ເຕີບໂຕດ້ານເສດຖະກິດໃຫ້ໄດ້ 72%. ນີ້ແມ່ນຕົວຢ່າງທີ່ຊີ້ໃຫ້ເຫັນວ່າບໍ່ຕ້ອງມີການແລກປ່ຽນກັນລະຫວ່າງການເຕີບໂຕດ້ານເສດຖະກິດ ແລະນໍາໃຊ້ພະລັງງານແບບຍືນຍົງ. ທ່ານ Gareth Ward ສະແດງຄວາມປິຕິຊົມຊື່ນເມື່ອເຫັນຫວຽດນາມ ມີບາດກ້າວພັດທະນາມາແຕ່ປີ 2019 ກ່ຽວກັບຂະແໜງພະລັງງານຜະລິດຄືນໃໝ່ຫຼາຍພໍສົມຄວນ. ພ້ອມທັງຢັ້ງຢືນວ່າ, ອັງກິດ ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະບັນລຸໄດ້ບັນດາເປົ້າໝາຍເພື່ອມຸ່ງໄປເຖິງແຫຼ່ງພະລັງງານຂຽວ.

ໂດຍ: ເຈິ່ນຮວ່ຽນ