leftcenterrightdel
ຜູ້ຕາງໜ້າ WB ແລະຄະນະກໍາມະການປະຊາຊົນແຂວງຝູອຽນ ລົງນາມໃນບົດບັນທຶກຊ່ວຍຈໍາສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ພາບ: WB.

ຫວັງວ່າສິ່ງດັ່ງກ່າວຈະສ້າງເງື່ອນໄຂໃຫ້ແຂວງຝູອຽນ ໝູນໃຊ້ພູມປັນຍາທົ່ວໂລກ ກໍ່ຄືແຫຼ່ງກໍາລັງດ້ານການເງິນຂອງ WB ໃຫ້ດີກວ່າເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ວິໄສທັດກາຍເປັນໃຈກາງອຸດສາຫະກໍາ ແລະການທ່ອງທ່ຽວຂອງຫວຽດນາມ ແລະອາຊີຕາເວັນອອກສ່ຽງໃຕ້ປະກົດຜົນເປັນຈິງ. ບັນດາຂົງເຂດບຸລິມະສິດຮ່ວມມື, ລວມມີ: ພັດທະນາຕະຫຼາດ, ສະໜອງບັນດາບໍລິການໂຄງລ່າງທີ່ມີຄຸນນະພາບສູງ, ຊຸກຍູ້ການພັດທະນາຂະແໜງທ່ອງທ່ຽວ ແລະອາຊີບການປະມົງ. ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດ WB ປະຈໍາ ຫວຽດນາມ ເນັ້ນໜັກວ່າ ແຂວງຝູອຽນ ພວມພັດທະນາຢ່າງວ່ອງໄວ ແລະການພົວພັນຄູ່ຮ່ວມມືຂອງພວກຂ້າພະເຈົ້າກໍ່ຄືແນວນັ້ນ. ພວກຂ້າພະເຈົ້າປິຕິຊົມຊື່ນທີ່ສຸດທີ່ໄດ້ເປີດກວ້າງການໜູນຊ່ວຍໃຫ້ແຂວງຝູອຽນ ໃນຄວາມມານະພະຍາຍາມພັດທະນາເສດຖະກິດທະເລແບບຍືນຍົງ ແລະຊຸກຍູ້ການເຊື່ອມໂຍງເສດຖະກິດກັບພາກພື້ນ.

ໂດຍ: ເຈິ່ນຮວ່ຽນ